ບລໜຊ ເຂົ້າຮ່ວມຂະບວນການຍ່າງເພື່ອສຸຂະພາບສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ

ໃນຕອນເຊົ້າຂອງວັນທີ 18 ມັງກອນ 2024 ທີ່ເຂດເສດຖະກິດພິເສດບຶງທາດຫຼວງນະຄອນຫຼວງວຽງຈັນ, ທ່ານ ສົມເພັດ ວົງຄຳຈັນ ຮອງອຳນວຍການ ບລໜຊ ໄດ້ເຂົ້າຮ່ວມຂະບວນກາານຍ່າງ ເພື່ອສຸຂະພາບ ເນື່ອງໃນວັນສ້າງຕັ້ງກອງທັບປະຊາຊົນລາວ.
ຈຸດປະສົງງານໃນຄັ້ງນີ້ ແມ່ນເພື່ອສຸຂະພາບ ແລະ ເສີມຂະຫຍາຍຄວາມສາມັກຄີເປັນປຶກແຜ່ນລະຫວ່າງກອງທັບ ແລະ ປະຊາຊົນ ເພື່ອຂ່ຳນັບຮັບຕ້ອນວັນສ້າງຕັ້ງກອງທັັບປະຊາຊົນລາວ ຄົບຮອບ 75 ປີ (20 ມັງກອນ 1949 – 20 ມັງກອນ 2024).
