ສ້າງຂະບວນການຕ້ອນຮັບວັນກໍາມະກອນສາກົນ ຄົບຮອບ 139 ປີ

ບໍລິສັດລັດ ບໍລິຫານໜີ້ ແລະ ຊັບສິນ ຈໍາກັດຜູ້ດຽວ (ບລໜຊ) ໄດ້ສ້າງຂະບວນການ ອອກ ແຮງງານລວມ ເພື່ອສະເຫຼີມສະຫຼອງວັນກໍາມະກອນສາກົນ ຄົບຮອບ 139 ປີ (
ວັນທີ 01 ພຶດສະພາ 1886-01 ພຶດສະພາ 2025) ໃນວັນທີ 30 ເມສາ 2025 ໂດຍໄດ້ເຮັດອະນາໄມບໍລິເວນສໍານັກງານຂອງ ບລໜຊ, ນຳພາໂດຍຄະນະໜ່ວຍ ສາມອົງການ ຈັດຕັ້ງມະຫາຊົນ, ພ້ອມນີ້ ຍັງມີສະມາຊິກສາມອົງການຈັດຕັ້ງມະຫາຊົນ ແລະ ພະນັກງານທຸກໆຄົນ ຂອງ ບລໜຊ ຮ່ວມກັນປະຕິບັດຢ່າງຫ້າວຫັນ. ຂະບວນການອອກແຮງງານຄັ້ງນີ້ ມີຄວາມຟົດຟື້ນ, ມ່ວນຊື່ນ ພ້ອມທັງເປັນການສ້າງຄວາມສະອາດ ຈົບງາມ ແລະ ເປັນລະບຽບຮຽບຮ້ອຍ ໃຫ້ແກ່ສະຖານທີ່ເຮັດວຽກມີບັນຍາກາດແວດລ້ອມທີ່ດີ ເຊິ່ງເປັນສ່ວນສໍາຄັນທີ່ສົ່ງຜົນໃຫ້ການປະຕິບັດໜ້າທີ່ວຽກງານທີ່ການຈັດຕັ້ງມອບໝາຍໃຫ້ມີຜົນສໍາເລັດທີ່ຈົບງາມ.
- ຂ່າວ: ວັນວິໄລ ມະນີພອນ
- ພາບ: ພະນັກງານ ບລໜຊ
