ການຊື້ໜີ້

ບໍລິສັດ ດຳເນີນການຊື້ໜີ້ ດ້ວຍຮູບການຊື້ຫຼຸດມູນຄ່າຂອງໜີ້ ຫຼື ມູນຄ່າທີ່ຍັງເຫຼືອຕົວຈິງຂອງຫຼັກຊັບຄ້ຳປະກັນ ຫຼື ຕາມການຕົກລົງລະຫວ່າງບໍລິສັດ ກັບສະຖາບັນການເງິນ ໂດຍສອດຄ່ອງກັບລະບຽບການຂອງບໍລິສັດ.ໜີ້ ທີ່ບໍລິສັດ ສາມາດຊື້ ໃຫ້ປະຕິບັດຕາມເງື່ອນໄຂໃດໜຶ່ງ ດັ່ງນີ້:
1.ໜີ້ຕ້ອງຮັບທວງຍາກ ຢູ່ໃນໃບສະຫຼຸບຊັບສົມບັດ ຫຼື ນອກໃບສະຫຼຸບຊັບສົມບັດຕາມລະບຽບຄວາມໝັ້ນຄົງທີ່ທະນາຄານແຫ່ງ ສປປ ລາວ ກຳນົດ;
2.ລູກໜີ້ຍັງມີຕົວຕົນ;
3.ມີຫຼັກຊັບຄ້ຳປະກັນທີ່ຖືກຕ້ອງ ແລະ ມີມູນຄ່າທາງຕະຫຼາດທີ່ແນ່ນອນ ຕາມລະບຽບການຂອງບໍລິສັດ.
ຫຼັກການ ແລະ ລະບຽບການກ່ຽວກັບ ການຊື້ໜີ້ ແລະ ການມອບໂອນໜີ້ທີ່ໄດ້ຊື້ໄດ້ກຳນົດໄວ້ໃນລະບຽບການຕ່າງຫາກ.

Leave A Reply

Your email address will not be published.