ກຳມະບານ ບລໜຊ ເຂົ້າຮ່ວມຂະບວນການແຂ່ງຂັນກິລາເປຕັງມິດຕະພາບ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 75 ປີ

ໃນຕອນບ່າຍຂອງວັນທີ 18 ມັງກອນ 2024 ທີ່ເດີ່ນກິລາເປຕັງ ສໍານັກງານໃຫຍ່ລັດວິສາຫະກິດ ພກອ (ບ້ານສີໄຄທົ່ງ), ກຳມະບານ ບລໜຊ ນຳໂດຍ ທ່ານ ສົມເພັດ ວົງຄຳຈັນ ຮອງອໍານວຍການ ບລໜຊ ພ້ອມດ້ວຍສະມາຊິກກຳມະບານຈຳນວນໜຶ່ງຂອງ ທຫລ ໄດ້ເຂົ້າຮ່ວມຂະບວນການແຂ່ງຂັນກິລາເປຕັງມິດຕະພາບ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 75 ປີ.
ໃນການແຂ່ງຂັນໃນຄັ້ງນີ້ກຳມະບານ ບລໜຊ ນຳໂດຍ ທ່ານ ສົມເພັດ ວົງຄຳຈັນ ຮອງອໍານວຍການ ບລໜຊ ພ້ອມດ້ວຍສະມາຊິກກຳມະບານຈຳນວນໜຶ່ງຂອງ ທຫລ ແມ່ນໄດ້ຮັບລາງວັນຊະນະເລີດ ເຊິ່ງປີນີ້ຖືເປັນປີທີ 2 ທີ່ໄດ້ລາງວັນຕິດຕໍ່ກັນ.
ຈຸດປະສົງງານໃນຄັ້ງນີ້ ແມ່ນເພື່ອເປັນການສ້າງຂະບວນການ ແລະ ຄວາມສາມັກຄີຂອງກຳມະບານຮາກຖານທົ່ວນະຄອນຫຼວງວຽງຈັນ ເພື່ອຂ່ຳນັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 75 ປີ (20 ມັງກອນ 1949 – 20 ມັງກອນ 2024).