ປະທານສະພາບໍລິຫານ ໄດ້ໃຫ້ກຽດມາຢ້ຽມຢາມ ແລະ ໃຫ້ຄໍາໂອ້ລົມ ພະນັກງານບໍລິສັດລັດ ບໍລິຫານໜີ້ ແລະ ຊັບສິນ ຈຳກັດຜູ້ດຽວ

ໃນຕອນບ່າຍຂອງວັນທີ 17 ມັງກອນ 2024 ທ່ານ ນ ວັດທະນາ ດາລາລອຍ ຮອງຜູ້ວ່າການ  ທຫລ, ທັງເປັນປະທານສະພາບໍລິຫານ ບລໜຊ ໄດ້ໃຫ້ກຽດມາຢ້ຽມຢາມ ແລະ ໃຫ້ຄໍາໂອ້ລົມແກ່ຄະນະອຳນວຍການ, ຄະນະພະແນກ ແລະ ພະນັກງານ ບລໜຊ ທັງໝົດ.

ໃນໂອກາດການເຂົ້າມາຢ້ຽມຢາມຄັ້ງນີ້ ທ່ານ ນາງ ທິບພະວັນ ຈັນທະຜາສຸກ ຜູ້ອຳ ນວຍການ ບລໜຊ ໄດ້ລາຍງານສະພາບການເຄື່ອນ​ໄຫວ​ວຽກງານໃນປີ 2023 ແລະ ແຜນການ ເຄື່ອນໄຫວວຽກງານ ປີ 2024. ນອກຈາກນັ້ນ ຍັງໄດ້ລາຍງານສະພາບການຈັດຕັ້ງປະຕິບັດແຜນງານ-ໂຄງການປີ 2023 ຫາ 2025, ລວມຜົນການຈັດຕັ້ງປະຕິບັດແຜນທຸລະກິດປີ 2023 ທີ່ໄດ້ຮັບຮອງຈາກສະພາບໍລິຫານ, ຊື່ງໂດຍລວມແລ້ວ ໃນໄລຍະທີ່ເປັນ ສກໜ ແລະ ບລໜຊ ແມ່ນສາມາດປະຕິບັດໜ້າທີ່ວຽກງານຂອງຕົນ ລື່ນແຜນການທີ່ວາງໄວ້.

ຫຼັງຈາກຮັບຟັງການລາຍງານ ທ່ານ ນາງ ວັດທະນາ ດາລາລອຍ ປະທານສະພາບໍລິຫານ ບລໜຊ ຕາງຫນ້າໃຫ້ຄະນະພັກ, ຄະນະນໍາ ທະນາຄານແຫ່ງ ສປປ ລາວ ນໍາເອົາຄວາມຢື້ຢາມຖາມຂ່າວ ອັນອົບ  ອຸ່ນ ມາຍັງພະນັກງານທັງໝົດ, ພ້ອມທັງສະແດງຄວາມຊົມເຊີຍ ຕໍ່ກັບຜົນງານທີ່ ບລໜຊ ຍາດມາໄດ້ ໃນໄລຍະຜ່ານມາ, ພົ່ນເດັ່ນທີ່ສຸດແມ່ນ ສາມາດຫັນ ສູນບໍລິການເກັບຊື້ໜີ້ ແລະ ຮັບຝາກເກັບໜີ້ ມາເປັນນິຕີບຸກຄົນ, ກໍ່ຄື ສາມາດປະກາດເປັນບໍລິສັດລັດ ບໍລິຫານໜີ້ ແລະ ຊັບສິນ ຈຳກັດຜູ້ດຽວ ອອກສູ່ມວນຊົນ ໃນວັນທີ 29 ສິງຫາ 2023, ຊື່ງເປັນບໍລິສັດທໍາອິດຂອງ ສປປ ລາວ. ການສ້າງຕັ້ງບໍລິສັດດັ່ງກ່າວ ເປັນຂີດໝາຍສໍາຄັນ ໃຫ້ແກ່ຂະແໜງການເງິນ-ການທະນາຄານ ໃນການຊ່ວຍແກ້ໄຂບັນຫາໜີ້ຕ້ອງຮັບທວງຍາກ ແລະ ຊັບສິນລໍຖ້າຂາຍ ເຮັດໃຫ້ທະນາຄານທຸລະກິດ ແລະ ສະຖາບັນການເງິນ ມີສະພາບຄ່ອງ ແລະ ມີຄວາມໝັ້ນຄົງ. ໃນໂອກາດທີ່ມີຄວາມໝາຍນີ້ ປະທານສະພາບໍລິຫານ ຍັງໄດ້ໃຫ້ທິດຊີ້ນໍາຫຼາຍດ້ານ ໃນການເຄື່ອນໄຫວວຽກງານໃນຕໍ່ໜ້າ ໃຫ້ມີປະສິດທິຜົນ, ມີການພັດທະນາ ແລະ ມີຄວາມໝັ້ນຄົງ.

ພາຍຫຼັງສຳເລັດກອງປະຊຸມ ຄະນະບໍລິຫານ ບລໜຊ ຍັງໄດ້ນໍາພາປະທານສະພາບໍລິຫານ ຢ້ຽມຊົມສະຖານທີ່ເຮັດວຽກຂອງພະນັກງານ, ຫ້ອງເກັບເອກະສານ ຫຼື ສໍານວນເງິນກູ້ຂອງລູກໜີ້ ທີ່ຮັບໂອນມາແຕ່ທະນາຄານທຸລະກິດ ເພື່ອເກັບກູ້ໜີ້ເຂົ້າງົບປະມານຂອງລັດ, ພ້ອມນັ້ນ ຢ້ຽມຊົມຫ້ອງເກັບເອກະສານສໍາຄັນຄື: ຫຼັກຊັບຄໍ້າປະກັນ, ສັນຍາເງິນກູ້ ແລະ ສັນຍາຄໍ້າປະກັນ ສະບັບຕົ້ນ, ຊື່ງໄດ້ຖືກເກັບມ້ຽນໄວ້ຢ່າງເປັນລະບຽບ ແລະ ໃນບ່ອນທີ່ປອດໄພ.

ການມາຢ້ຽມຢາມຂອງ ທ່ານ ນາງ ວັດທະນາ ດາລາລອຍ ຮອງຜູ້ວ່າການ, ປະທານສະພາບໍລິຫານຄັ້ງນີ້ ໄດ້ສະແດງເຖິງຄວາມເປັນຫ່ວງ ເປັນໄຍ ແລະ ໄດ້ສ້າງຂວັນກຳລັງໃຈໃຫ້ພະນັກງານ ໃນການປະຕິບັດໜ້າທີ່ການເມືອງຂອງຕົນ ດ້ວຍຄວາມຫ້າວຫັນ ແລະ ຮັບຜິດຊອບສູງ.

Leave A Reply

Your email address will not be published.