
ໃນຕອນເຊົ້າຂອງວັນທີ 24 ມັງກອນ 2024 ທີ່ເດີ່ນກິລາເປຕັງ ສູນກາງສະຫະພັນກໍາມະບານລາວ (ຖະໜົນ 450 ປີ ບ້ານນາແຄ, ເມືອງໄຊທານີ, ແຂວງນະຄອນຫຼວງວຽງຈັນ), ກຳມະບານ ບລໜຊ ນຳໂດຍ ທ່ານ ສົມເພັດ ວົງຄຳຈັນ ຮອງອໍານວຍການ ບລໜຊ ພ້ອມດ້ວຍສະມາຊິກກຳມະບານຈຳນວນໜຶ່ງຂອງ ທຫລ ໄດ້ເຂົ້າຮ່ວມຂະບວນການແຂ່ງຂັນກິລາເປຕັງມິດຕະພາບຊີງຂັນປະທານຄະນະບໍໍລິຫານງານສູນກາງສະຫະພັນກຳມະບານລາວ ເນື່ອງໃນໂອກາດຕ້ອນຮັບວັນສ້າງຕັ້ງສະຫະພັນກຳມະບານລາວ ຄົບຮອບ 68 ປີ ( 01 ກຸມພາ 1956-01 ກຸມພາ 2024).
ຈຸດປະສົງງານໃນຄັ້ງນີ້ ແມ່ນເພື່ອເປັນການສ້າງຂະບວນການກິລາເພື່ອສຸຂະພາບ ແລະ ຄວາມສາມັກຄີຂອງກຳມະບານຮາກຖານທົ່ວນະຄອນຫຼວງວຽງຈັນ ເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງສ້າງຕັ້ງສະຫະພັນກຳມະບານລາວຄົບອບ 68 ປີ ( 01 ກຸມພາ 1956-01 ກຸມພາ 2024).