ບລໜຊ ຈັດກອງປະຊຸມປັບປຸງຂໍ້ມູນລູກໜີ້ ທະນາຄານສົ່ງເສີມກະສິກຳ (ທສກ) ເຂົ້າ CIB

ໃນຕອນເຊົ້່າຂອງວັນທີ 31 ມັງກອນ 2024 ບລໜຊ ໄດ້ຈັດກອງປະຊຸມປັບປຸງຂໍ້ມູນລູກໜິີ້ ທສກ ເຂົ້າ CIB, ກອງປະຊຸມໃນຄັ້ງນີ້ປະກອບດ້ວຍຄະນະຮັບຜິດຊອບທີ່ກ່ຽວຂ້ອງຂອງ ບລໜຊ ແລະ ທສກ. ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ແມ່ນເພື່ອປຶກສາຫາລືກ່ຽວກັບການປັບປຸງຂໍ້ມູນລູກໜີ້ທີ່ ທສກ ທີ່ໂອນມາໃຫ້ ບລໜຊ ຮັບຝາກເກັບໜີ້ໃຫ້ ກະຊວງການເງິນ ເຂົ້າໃນລະບົບຂໍ້ມູນຂ່າວສານສິນເຊື່ອ.
