ບລໜຊ ສ້າງຂະບວນກິລາມິດຕະພາບກັບ ບໍລິສັດຂໍ້ມູນຂ່າວສານສິນເຊື່ອແຫ່ງ ສປປ ລາວ (ຂສລ) ຮ່ວມກັບກົມຄຸ້ມຄອງລະບົບຊໍາລະ (ກຄຊ) ແລະ ບໍລິສັດລາວເນເຊິນນໍ ເພເມັ້ນ ເນັດເວີກ ຈໍາກັດ (LAPNet)

ໃນຕອນແລງຂອງວັນທີ 03 ພຶດສະພາ 2024, ບລໜຊ ໄດ້ສ້າງຂະບວນກິລາມິດຕະພາບກັບບໍລິສັດຂໍ້ມູນຂ່າວສານສິນເຊື່ອແຫ່ງ ສປປ ລາວ (ຂສລ) ຮ່ວມກັບກົມຄຸ້ມຄອງລະບົບຊໍາລະ (ກຄຊ) ແລະ ບໍລິສັດລາວເນເຊິນນໍ ເພເມັ້ນ ເນັດເວີກ ຈໍາກັດ (LAPNet) ທີ່ເດີ່ນເຟີລາລີ້ ເພື່ອສ້າງຂະບວນການ ຕ້ອນຮັບກອງປະຊຸມໃຫຍ່ 3 ອົງການຈັດຕັ້ງມະຫາຊົນ ແລະ ກອງປະຊຸມໃຫ່ຍໜ່ວຍພັກຂອງຕົນ ແລະ ທັງເປັນການຊົມເຊີຍວັນກໍາມະກອນສາກົນ ວັນທີ (01/5/1886-01/5/2024) ຄົບຮອບ 138 ປີ ແລະ ເພື່ອຮັດແໜ້ນຄວາມສາມັກຄີລະຫວ່າງພະນັກງານ 04 ພາກສ່ວນ ນຳໂດຍທ່ານ ນ ທິບພະວັນ ຈັນທະຜາສຸກ ຜູ້ອໍານວຍການ ບລໜຊ, ທ່ານ ນ ວິນຄໍາ ລຸນທອງ ຜູ້ອໍານວຍການບໍລິສັດ ຂສລ, ທ່ານ ນ ນິລັນດອນ ແກ້ວມະນີສີ ຮອງຫົວໜ້າ ກຄຊ ແລະ ທ່ານ ສີສະໝອນ ສຣິດທິຣາດ ຜູ້ອໍານວຍການ ບໍລິສັດ (LAPNet), ພ້ອມນີ້ຍັງມີຮອງຜູ້ອໍານວຍການ, ຮອງຫົວໜ້າກົມ, ຄະນະພະແນກ ແລະ ພະນັກງານວິຊາການຂອງ 4 ພາກສ່ວນ ເຂົ້າຮ່ວມຢ່າງພ້ອມພຽງ.

ຂ່າວ: ວັນວິໄລ ມະນີພອນ

ພາບ: ແພວນະພາ ຫຼວງສີວິໄລ ແລະ ບຸນທະວຽງ ຈັນດາລາສານ

Leave A Reply

Your email address will not be published.