ບລໜຊ ສ້າງຂະບວນກິລາມິດຕະພາບກັບ ຄະນະຮັບຜິດຊອບຫັນ ສກໜ ເປັນນິຕິບຸກຄົນ

ໃນຕອນແລງຂອງວັນທີ 07 ກັນຍາ 2023 ທີ່ເດີ່ນເທບປັນຍາ, ບລໜຊ ສ້າງຂະບວນກິລາມິດຕະພາບກັບ ຄະນະຮັບຜິດຊອບຫັນ ສກໜ ເປັນນິຕິບຸກຄົນ ເນື່ອງໃນໂອກາດເປີດບໍ​ລິສັດ​ໃໝ່​ຄື ບໍລິສັດລັດ ບໍລິຫານໜີ້ ແລະ ຊັບສິນ ຈຳກັດຜູ້ດຽວ (ບລໜຊ) ປະກອບມີ 2 ປະເພດຄື: 1) ກິລາເຕະບານຊາຍ, 2) ກິລາເປຕັງຍິງ-ຊາຍນຳໂດຍທ່ານ ນ ທິບພະວັນ ຈັນທະຜາສຸກ ຜູ້ອໍານວຍການ ບລໜຊ ແລະ ທ່ານ ນ້ອຍຄໍາພັນ ສໍປະເສີດ ຄະນະຮັບຜິດ​ຊອບ​ຫັນ ສກໜ ເປັນນິຕິບຸກຄົນ, ພ້ອມນີ້ຍັງມີຮອງຜູ້ອໍານວຍການ ບລໜຊ, ຄະນະພະແນກ, ຄະນະຮັບຜິດຊອບຫັນ ສກໜ ເປັນນິຕິບຸກຄົນ ແລະ ພະນັກງານ ບລໜຊ ເຂົ້າຮ່ວມ ຢ່າງພ້ອມພຽງ.

ຂ່າວ: ວັນວິໄລ ມະນີພອນ

ພາບ: ແພວນະພາ ຫຼວງສີວິໄລ

Leave A Reply

Your email address will not be published.