ບລໜຊ ສ້າງຂະບວນກິລາມິດຕະພາບກັບ ກົມຄຸ້ມຄອງທະນາຄານທຸລະກິດ ທະນາຄານແຫ່ງ ສປປ ລາວ

ໃນຕອນແລງຂອງວັນທີ 10 ພະຈິກ 2023 ທີ່ເດີ່ນເທບປັນຍາ, ບລໜຊ ສ້າງຂະບວນກິລາມິດຕະພາບກັບ ກົມຄຸ້ມຄອງທະນາຄານທຸລະກິດ ທະນາຄານແຫ່ງ ສປປ ລາວ ເນື່ອງໃນໂອກາດຕ້ອນຮັບວັນຊາດ ທີ 2 ທັນວາ ຄົບຮອບ 48 ປີ (1975-2023) ປະກອບມີ 02 ປະເພດຄື: 1) ກິລາເຕະບານຊາຍ, 2) ກິລາເປຕັງຍິງ ແລະ ຊາຍ ນຳໂດຍທ່ານ ນ ທິບພະວັນ ຈັນທະຜາສຸກ ຜູ້ອໍານວຍການ ບລໜຊ, ທ່ານ ປອ ຄໍາວິໄລ ກາດອຸດົມ ຮອງຫົວໜ້າກົມຄຸ້ມຄອງທະນາຄານທຸລະກິດ, ມີຮອງຜູ້ອໍານວຍການ ບລໜຊ, ຮອງຫົວໜ້າກົມ, ຄະນະພະແນກ ແລະ ພະນັກງານ ບລໜຊ ແລະ ວິຊາການ ກຄທ ເຂົ້າຮ່ວມຢ່າງພ້ອມພຽງ.

ຂ່າວ: ວັນວິໄລ ມະນີພອນ

ພາບ: ແພວນະພາ ຫຼວງສີວິໄລ

Leave A Reply

Your email address will not be published.