ບລໜຊ ສ້າງຂະບວນກິລາມິດຕະພາບກັບ ກົມປະຕິຮູບລັດວິສາຫະກິດ ແລະ ປະກັນໄພ

ໃນຕອນແລງຂອງວັນທີ 04 ເມສາ 2024, ບລໜຊ ໄດ້ສ້າງຂະບວນກິລາມິດຕະພາບກັບ ກົມປະຕິຮູບລັດວິສາຫະກິດ ແລະ ປະກັນໄພ ກະຊວງການເງິນ ທີ່ເດີ່ນເທບປັນຍາ ເນື່ອງໃນໂອກາດຊົມເຊີຍວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວຄົບຮອບ 69 ປີ ນຳໂດຍທ່ານ ນ ທິບພະວັນ ຈັນທະຜາສຸກ ຜູ້ອໍານວຍການ ບລໜຊ, ທ່ານ ສົມພາວັນ ສີຫາປັນຍາ ຮອງຫົວໜ້າກົມປະຕິຮູບລັດວິສາຫະກິດ ແລະ ປະກັນໄພ ກະຊວງການເງິນ, ຮອງຜູ້ອໍານວຍການ ບລໜຊ, ຮອງຫົວໜ້າກົມ, ພ້ອມນີ້ຍັງມີຄະນະພະແນກ ແລະ ພະນັກງານ ວິຊາການ ຂອງທັງສອງພາກສ່ວນເຂົ້າຮ່ວມຢ່າງພ້ອມພຽງ.

ຂ່າວ: ວັນວິໄລ ມະນີພອນ
ພາບ: ແພວນະພາ ຫຼວງສີວິໄລ

Leave A Reply

Your email address will not be published.