ບລໜຊ ສ້າງຂະບວນກິລາມິດຕະພາບກັບ ກົມກວດກາທະນາຄານແຫ່ງ ສປປ ລາວ

ໃນຕອນແລງຂອງວັນທີ 13 ຕຸລາ 2023 ທີ່ເດີ່ນເທບປັນຍາ, ບລໜຊ ສ້າງຂະບວນກິລາມິດຕະພາບກັບ ກົມກວດກາ ທະນາຄານແຫ່ງ ສປປ ລາວ ເນື່ອງໃນໂອກາດຊົມເຊີຍວັນສ້າງຕັ້ງທະນາຄານແຫ່ງ ສປປ ລາວ ຄົບຮອບ 55 ປີ ນໍາໂດຍທ່ານ ນ ທິບພະວັນ ຈັນທະຜາສຸກ ຜູ້ອໍານວຍການ ບລໜຊ, ທ່ານ ວຽງສະຫວັນ ໄຊຍະວົງ ຫົວໜ້າກົມກວດກາ ທະນາຄານແຫ່ງ ສປປ ລາວ, ພ້ອມນີ້ຍັງມີຮອງຜູ້ອໍານວຍການ ບລໜຊ, ຄະນະກົມກວດກາ ທຫລ, ຄະນະພະແນກ, ພະນັກງານວິຊາການຂອງທັງສອງພາກສ່ວນເຂົ້າຮ່ວມ. ກິດຈະກຳການແຂ່ງຂັນກິລາປະກອບມີ 2 ປະເພດຄື: ກິລາເຕະບານຊາຍ ແລະ ກິລາເປຕັງຍິງ ແລະ ຊາຍ.
ຂ່າວ: ວັນວິໄລ ມະນີພອນ
ພາບ: ແພວນະພາ ຫຼວງສີວິໄລ