ບລໜຊ ຈັດກອງປະຊຸມໃຫຍ່ຂອງໜ່ວຍແມ່ຍິງ ບລໜຊ ຄັ້ງທີ III

ໃນຕອນເຊົ້່າຂອງວັນທີ 25 ມິຖຸນາ 2024 ບລໜຊ ໄດ້ຈັດກອງປະຊຸມໃຫຍ່ຂອງໜ່ວຍແມ່ຍິງບໍລິສັດລັດ ບໍລິຫານໜີ້ ແລະ ຊັບສິນ ຈໍາກັດຜູ້ດຽວ (ບລໜຊ) ຄັ້ງທີ III ທີ່ຫ້ອງປະຊຸມຊັ້ນ 8 ທະນາຄານສົ່ງເສີມກະສິກໍາ ສໍານັກງານໃຫຍ່,ໃຫ້ກຽດເຂົ້າຮ່ວມເປັນຄະນະປະທານໂດຍສະຫາຍ ນ ທິບພະວັນ ຈັນທະຜາສຸກ ເລຂາໜ່ວຍພັກ, ຜູ້ອໍານວຍການ ບລໜຊ, ສະຫາຍ ນ ພານິດາ ແກ່ນວົງພະຈັນ ຄະນະສະຫະພັນແມ່ຍິງຮາກຖານທະນາຄານແຫ່ງ ສປປ ລາວ (ທຫລ) ແລະ ສະຫາຍ ນ ມາລີນ້າ ພູນສະຫວັດ ຫົວໜ້າໜ່ວຍແມ່ຍິງ ບລໜຊ, ມີຕາງໜ້າໜ່ວຍແມ່ຍິງອ້ອມຂ້າງຈາກຮາກຖານ ທຫລ, ເລຂາໜ່ວຍຊາວໜຸ່ມ ແລະ ຫົວຫນ້າໜ່ວຍກໍາມະບານ ຕາງໜ້າອົງການຈັດຕັ້ງມະ ຫາຊົນຂອງ ບລໜຊ, ພ້ອມດ້ວຍຄະນະໜ່ວຍ ແລະ ສະມາຊິກແມ່ຍິງຂອງ ບລໜຊ ລວມທັງໝົດ 32 ສະຫາຍເຂົ້າຮ່ວມ.

ຈຸດປະສົງຂອງກອງປະຊຸມໃຫຍ່ຄັ້ງນີ້ ແມ່ນເພື່ອສະຫຼຸບຕີລາຄາການເຄື່ອນໄຫວວຽກງານ, ສໍາຫຼວດການນໍາພາຮອບດ້ານຂອງຄະນະໜ່ວຍແມ່ຍິງ 5 ປີ ຜ່ານມາ, ລວມທັງຄັດເລືອກຄະນະໜ່ວຍແມ່ຍິງຄືນເພື່ອສືບຕໍ່ຊີ້ນໍາ-ນໍາພາວຽກງານແມ່ຍິງໃນ 5 ປີຕໍ່ໜ້າ. ໃນໂອກາດທີ່ມີຄວາມໝາຍຄວາມສໍາຄັນນີ້ ສະຫາຍ ນ ມາລີນ້າ ພູນສະຫວັດ ຫົວໜ້າໜ່ວຍແມ່ຍິງ ບລໜຊ ໄດ້ ຜ່ານຮ່າງບົດລາຍງານການເມືອງໃນໄລຍະ 5 ປີຜ່ານມາ ແລະ ວາງທິດທາງແຜນການໃນຕໍ່ໜ້າຂອງໜ່ວຍແມ່ຍິງ ບລໜຊ ໃນ 5 ປີຕໍ່ໜ້າ ເພື່ອໃຫ້ສະມາຊິກແມ່ຍິງ ປະກອບຄໍາເຫັນ ແລະ ຮັບຮອງເອົາ. ຫລັງຈາກນັ້ນ ສະຫາຍ ນ   ພານິດາ ແກ່ນວົງພະຈັນ ຄະນະສະຫະພັນແມ່ຍິງຮາກຖານທະນາຄານແຫ່ງສປປ ລາວ (ທຫລ) ໄດ້ຜ່ານມາດຖານ-ເງື່ອນໄຂຂອງຜູ້ຈະອອກສະໝັກ ເປັນຄະນະໜ່ວຍແມ່ຍິງຊຸດໃໝ່ຂອງ ບລໜຊ, ພ້ອມທັງປະກາດຊື່ຜູ້ທີ່ຄົບມາດຖານ-ເງື່ອນໄຂໃນການອອກສະໜັກເລືອກຕັ້ງ. ຜ່ານການດໍາເນີນການປ່ອນບັດ ສາມາດເລືອກໄດ້ຄະນະໜ່ວຍແມ່ຍິງຊຸດໃໝ່ ຈໍານວນ 3 ສະຫາຍຄື​: ສະຫາຍ ນ. ມາລີນ້າ ພູນສະຫວັດ ເປັນຫົວໜ້າໜ່ວຍ, ສະຫາຍ ນ. ແມັກຊີ ໂຄດສຸວັນ ເປັນຮອງໜ່ວຍ ແລະ ສະຫາຍ ນ. ມາລິຍາ ສຸວັນນະຈັກ ເປັນກໍາມະການ ແລະ ຜູ້ກວດກາ.  

ໃນໂອກາດທີ່ມີຄວາມໝາຍ, ຄວາມສໍາຄັນນີ້ ສະຫາຍ ນ ທິບພະວັນ ຈັນທະຜາສຸກ ເລຂາໜ່ວຍພັກ, ຜູ້ອຳນວຍການ ບລໜຊ ໄດ້ກ່າວຍ້ອງຍໍຊົມເຊີຍ ໜ່ວຍແມ່ຍິງ ບລໜຊ ທີ່ໄດ້ເອົາໃຈໃສ່ເຄື່ອນໄຫວສ້າງຂະບວນການຕ່າງໆ ຕາມພາລະບົດບາດຂອງຕົນຢ່າງຕັ້ງໜ້າ ຈົນໄດ້ຮັບຜົນສໍາເລັດຢ່າງກ້າວກະໂດດ ໃນໄລຍະ 5 ປີທີ່ຜ່ານມາ, ພ້ອມນີ້, ກໍ່ຍັງປຸກລະດົມໃຫ້ແມ່ຍິງທຸກໆສະຫາຍໃຫ້ເອົາໃຈໃສ່ຝຶກຝົນຫຼໍ່ຫຼອມຕົນເອງໃຫ້ມີຄວາມຮູ້, ຄວາມສາມາດ ຢ່າງບໍ່ຢຸດຢັ້ງ ໃນການປະຕິບັດໜ້າທີ່ວຽກງານທັງດ້ານວິຊາສະເພາະ ແລະ ການເຄື່ອນໄຫວຮອບດ້ານ. ພ້ອມກັນນັ້ນ ຍັງໄດ້ຍົກບາງຂໍ້ຄົງຄ້າງ ເພື່ອໃຫ້ຄະນະໜ່ວຍແມ່ຍິງຊຸດໃໝ່ ໄດ້ປັບປຸງຕົນເອງ ໃຫ້ນັບມື້ນັບດີຂື້ນໃນຕໍ່ໜ້າ.

ຂ່າວ: ວັນວິໄລ ມະນີພອນ

ພາບ: ວັນໄຊ ວ່າງ

Leave A Reply

Your email address will not be published.