ບລໜຊ ຈັດກອງປະຊຸມໃຫຍ່ຂອງໜ່ວຍກໍາມະບານ ບລໜຊ ຄັ້ງທີສາມ

ໃນຕອນບ່າຍຂອງວັນທີ 26 ມິຖຸນາ 2024, ບລໜຊ ໄດ້ຈັດກອງປະຊຸມໃຫຍ່ຂອງໜ່ວຍກໍາມະບານບໍລິສັດລັດ ບໍລິຫານໜີ້ ແລະ ຊັບສິນ ຈໍາກັດຜູ້ດຽວ (ບລໜຊ) ຄັ້ງທີ III ທີ່ຫ້ອງປະຊຸມຊັ້ນ 8 ທະນາຄານສົ່ງເສີມກະສິກໍາ ສໍານັກງານໃຫຍ່, ໃຫ້ກຽດເຂົ້າຮ່ວມເປັນຄະນະປະທານໂດຍສະຫາຍ ນ ທິບພະວັນ ຈັນທະຜາສຸກ ຜູ້ອຳນວຍການ, ເລຂາໜ່ວຍພັກ ບລໜຊ ແລະ ສະຫາຍ ສົມເພັດ ວົງຄໍາຈັນ ຄະນະກໍາມະບານຮາກຖານທະນາຄານແຫ່ງ ສປປ ລາວ (ທຫລ) ແລະ ສະຫາຍ ນ ຈັນທາ ສຸຂະວົງ ຫົວໜ້າໜ່ວຍກໍາມະບານ ບລໜຊ, ມີຕາງໜ້າໜ່ວຍກໍາມະບານອ້ອມຂ້າງຈາກຮາກຖານ ທຫລ, ເລຂາໜ່ວຍຊາວໜຸ່ມ ແລະ ຫົວໜ້າໜ່ວຍແມ່ຍິງ ຕາງໜ້າອົງການຈັດຕັ້ງມະຫາຊົນຂອງ ບລໜຊ, ພ້ອມດ້ວຍຄະນະໜ່ວຍ ແລະ ສະມາຊິກກໍາມະບານຂອງ ບລໜຊ ລວມທັງໝົດ 49 ສະຫາຍ ເຂົ້າຮ່ວມ.
ຈຸດປະສົງຂອງກອງປະຊຸມໃຫຍ່ໃນຄັ້ງນີ້ແມ່ນເພື່ອສະຫຼຸບຕີລາຄາການເຄື່ອນໄຫວວຽກງານ, ສໍາຫຼວດການນໍາພາຮອບດ້ານຂອງຄະນະໜ່ວຍກໍາມະບານ 5 ປີ ຜ່ານມາ, ລວມທັງຄັດເລືອກຄະນະໜ່ວຍກໍາມະບານຄືນຊຸດໃໝ່ ເພື່ອສືບຕໍ່ຊີ້ນໍາ-ນໍາພາວຽກງານກໍາມະບານໃນ 5 ປີຕໍ່ໜ້າ ແລະ ຄັດເລືອກຜູ້ແທນເຂົ້າຮ່ວມກອງປະຊຸມໃຫຍ່ຂອງຄະນະກໍາມະບານຮາກຖານ ທຫລ, ໃນໂອກາດທີ່ມີຄວາມໝາຍສໍາຄັນນີ້ ສະຫາຍ ນ ຈັນທາ ສຸຂະວົງ ຫົວໜ້າໜ່ວຍກໍາມະບານ ບລໜຊ ໄດ້ຜ່ານຮ່າງບົດສະຫຼຸບການເຄື່ອນໄຫວວຽກງານຂອງໜ່ວຍກໍາມະບານ ບລໜຊ ໃນໄລຍະຜ່ານມາ ແລະ ວາງທິດທາງແຜນການໃນຕໍ່ໜ້າຂອງໜ່ວຍແມ່ຍິງ ບລໜຊ ເພື່ອໃຫ້ສະມາຊິກກໍາມະບານ ປະກອບຄໍາເຫັນ ແລະ ຮັບຮອງເອົາ. ຫລັງຈາກນັ້ນ ສະຫາຍ ສົມເພັດ ວົງຄໍາຈັນ ຄະນະກໍາມະບານຮາກຖານທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຜ່ານມາດຖານ-ເງື່ອນໄຂຂອງຜູ້ຈະອອກສະໝັກເປັນຄະນະໜ່ວຍກໍາມະບານຊຸດໃໝ່ຂອງ ບລໜຊ ແລະ ຜູ້ແທນເຂົ້າຮ່ວມກອງປະຊຸມໃຫຍ່ຂອງຄະນະກໍາມະບານຮາກຖານ ທຫລ, ພ້ອມທັງປະກາດຊື່ຜູ້ທີ່ຄົບມາດຖານເງື່ອນໄຂ ໃນການອອກສະໜັກເລືອກຕັ້ງ. ຜ່ານການດໍາເນີນການປ່ອນບັດ ສາມາດເລືອກໄດ້ຄະນະໜ່ວຍກໍາມະບານຊຸດໃໝ່ຈໍານວນ 3 ສະຫາຍຄື: ສະຫາຍ ບຸນລໍ້າ ສີຕະພອນ ເປັນຫົວໜ້າໜ່ວຍ, ສະຫາຍ ນ ຈັນທາ ສຸຂະວົງ ເປັນຮອງຫົວໜ້າໜ່ວຍ ແລະ ທ່ານ ຄໍາໃສ ເຮືອງວິກອນ ເປັນກຳມະການ ແລະ ຜູ້ກວດກາ, ໄດ້ຜູ້ແທນສົມບູນຈໍານວນ 09 ສະຫາຍ ແລະ ຜູ້ແທນສໍາຮອງຈໍານວນ 02 ສະຫາຍເຂົ້າຮ່ວມກອງປະຊຸມໃຫຍ່ຂອງຄະນະກໍາມະບານຮາກຖານ ທຫລ.
ໃນໂອກາດທີ່ມີຄວາມໝາຍ, ຄວາມສໍາຄັນນີ້ ສະຫາຍ ນ ທິບພະວັນ ຈັນທະຜາສຸກ ເລຂາໜ່ວຍພັກຜູ້ອຳນວຍການ ບລໜຊ ໄດ້ກ່າວຍ້ອງຍໍ ຊົມເຊີຍ ໜ່ວຍກໍາມະບານ ບລໜຊ ທີ່ໄດ້ເອົາໃຈໃສ່ເຄື່ອນໄຫວສ້າງຂະບວນການຕ່າງໆ ຕາມພາລະບົດບາດຂອງຕົນຢ່າງຕັ້ງໜ້າ ຈົນໄດ້ຮັບຜົນສໍາເລັດໃນຫຼາຍໆດ້ານ, ທີ່ພົ້ນເດັ່ນທີ່ສຸດ ແມ່ນສາມາດຫັນສູນບໍລິການເກັບຊື້ໜີ້ ແລະ ຮັບຝາກເກັບໜີ້ ມາເປັນນິຕີບຸກຄົນ, ກໍ່ຄື ສາມາດປະກາດເປັນບໍລິສັດລັດ ບໍລິຫານໜີ້ ແລະ ຊັບສິນ ຈຳກັດຜູ້ດຽວ ອອກສູ່ມວນຊົນ, ພ້ອມນີ້, ກໍ່ຍັງເນັ້ນໜັ້ກໃຫ້ກໍາມະບານທຸກໆສະຫາຍສືບຕໍ່ເອົາໃຈໃສ່ພັດທະນາ, ເພີ່ມພູນຄວາມຮູ້ ຄວາມສາມາດໃນການປະຕິບັດໜ້າທີ່ວຽກງານທັງດ້ານວິຊາສະເພາະ ແລະ ການເຄື່ອນໄຫວຮອບດ້ານ.
ຂ່າວ: ວັນວິໄລ ມະນີພອນ
ພາບ: ວັນໄຊ ວ່າງ ແລະ ບຸນທະວຽງ ຈັນດາລາສານ