ບລໜຊ ສ້າງຂະບວນກິລາມິດຕະພາບກັບ ກົມທະບຽນສານ

ໃນຕອນແລງຂອງວັນທີ 14 ມິຖຸນາ 2024, ບລໜຊ ໄດ້ສ້າງຂະບວນກິລາມິດຕະພາບກັບ ກົມທະບຽນສານ ທີ່ເດີ່ນຮົ່ມໄຊ ເນື່ອງໃນໂອກາດຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ 3 ອົງການຈັດຕັ້ງມະຫາຊົນ ແລະ ກອງປະຊຸມໃຫຍ່ໜ່ວຍພັກຂອງ ບລໜຊ ນຳໂດຍທ່ານ ນ ທິບພະວັນ ຈັນທະຜາສຸກ ຜູ້ອໍານວຍການ ບລໜຊ, ທ່ານ ໄທ ລໍເບຼຍຢາວ ຫົວໜ້າກົມທະບຽນສານ, ຮອງຜູ້ອໍານວຍການ ບລໜຊ, ຮອງຫົວໜ້າກົມທະບຽນສານ, ພ້ອມນີ້ຍັງມີຄະນະພະແນກ ແລະ ພະນັກງານ ບລໜຊ ແລະ ວິຊາການ ກຄທ.ທຫລ ເຂົ້າຮ່ວມຢ່າງພ້ອມພຽງ. ເພື່ອເປັນການສ້າງຂະບວນການຮັດແໜ້ນຄວາມສາມັກຄີ ແລະ ເປັນການສ້າງພາລະນາໄມທີ່ສົມບູນ ສຸຂະພາບທີ່ແຂງແຮງໃຫ້ແກ່ພະນັກງານທັງສອງຝ່າຍ.
