ສາມອົງການຈັດຕັ້ງມະຫາຊົນ ບລໜຊ ຢ້ຽມຢາມ ແລະ ມອບເຄື່ອງຊ່ວຍເຫຼືອໃຫ້ແກ່ສູນພັດທະນາແມ່ຍິງພິການລາວ (ສພຍລ)

ໃນຕອນບ່າຍຂອງວັນທີ 14 ມິຖຸນາ 2024 ສະມາຊິກ 3 ອົງການຈັດຕັ້ງມະຫາຊົນ ບໍລິສັດລັດ ບໍລິຫານໜີ້ ແລະ ຊັບສິນ ຈໍາກັດຜູ້ດຽວ (ບລໜຊ) ໄດ້ໄປຢ້ຽມຢາມ ແລະ ມອບເຄື່ອງຊ່ວຍເຫຼືອໃຫ້ແກ່ສູນພັດທະນາແມ່ຍິງ ພິການລາວ (ສພຍລ) ນໍາໂດຍ ທ່ານ ນ. ທິບພະວັນ ຈັນທະຜາສຸກ ເລຂາໜ່ວຍພັກ ຜູ້ອໍານວຍການ ບລໜຊ ແລະ ໃຫ້ກຽດຮັບໂດຍ ທ່ານ ນ. ຈັນເພັງ ສີວິໄລ ຜູ້ອໍານວຍການ ສພຍລ ແລະ ຕາງໜ້າຈາກທັງສອງພາກສ່ວນ ເຂົ້າຮ່ວມ ເປັນສັກຂີພະຍານ.
ເພື່ອເປັນການປະກອບສ່ວນຊ່ວຍເຫຼືອສັງຄົມ ແລະ ສ້າງຄວາມເຂັ້ມແຂງທາງດ້ານຮ່າງກາຍໃນການປະຕິ ບັດວຽກງານຂອງແມ່ຍິງພິການລາວ ແລະ ສະມາຊິກອື່ນໆຢູ່ ສພຍລ, ທັງເປັນການສ້າງຂະບວນການຕ້ອນຮັບກອງ ປະຊຸມໃຫ່ຍຂອງໜ່ວຍພັກຄັ້ງທີ 3 ແລະ ກອງປະຊຸມໃຫຍ່ 3 ອົງການຈັດຕັ້ງມະຫາຊົນ; ສະນັ້ນ ສະມາຊິກ 3 ອົງການຈັດຕັ້ງມະຫາຊົນ ບລໜຊ ຈື່ງໄດ້ຈັດກິດຈະກຳ ຢ້ຽມຢາມ ແລະ ມອບເຄື່ອງອຸປະໂພກ ແລະ ບໍລິໂພກ ໃຫ້ແກ່ ສພຍລ ເຊິ່ງປະກອບມີ ເຂົ້າສານ, ໄຂ່, ມີ່ສໍາເລັດຮູບ, ນໍ້າມັນພືດ, ແຟັບຊັກເຄື່ອງ, ຜ້າອານາໄມ ແລະ ວາລະສານເກົ່າ ເພື່ອໃຫ້ ສພຍລ ໃຊ້ສ້າງຜະລິດຕະພັນຕ່າງໆ ແລະ ເງິນສົດ ລວມມູນຄ່າ 10.000.000 ກີບ. ໃນໂອກາດໄປຢ້ຽມຢາມຄັ້ງນີ້ ທ່ານ ນ. ຈັນເພັງ ສີວິໄລ ຜູ້ອໍານວຍການ ສພຍລ ໄດ້ລາຍງານສະພາບການເຄື່ອນໄຫວຂອງ (ສພຍລ) ແລະ ໄດ້ສາຍວິດີໂອ ກ່ຽວກັບປະຫວັດຄວາມເປັນມາ, ການເຄື່ອນໄຫວຂອງສູນຝືກແມ່ຍິງພິການລາວຢູ່ແຂວງຫຼວງພະບາງ ແລະ ເຊກອງ.
ພາຍຫຼັງຮັບຟັງ ແລະ ຮັບຊົມຜົນງານຂອງ ສພຍລ, ທ່ານ ນ. ທິບພະວັນ ຈັນທະຜາສຸກ ເລຂາໜ່ວຍພັກ, ຜູ້ອໍານວຍການໃຫຍ່ ບລໜຊ ໄດ້ກ່າວວ່າ: ຕົນເອງມີຄວາມພາກພູມໃຈ ທີ່ໄດ້ເຫັນຜົນງານໃນການຊ່ວຍເຫຼືອແມ່ຍິງພິການໃນຫຼາຍດ້ານໃຫ້ສາມາດຢູ່ໃນສັງຄົມ, ມີວຽກເຮັດງານທໍາ ແລະ ສາມາດກຸ້ມຕົນເອງໄດ້. ສະມາຊິກ 3 ອົງການຈັດຕັ້ງມະຫາຊົນມາຢ້ຽມຢາມຄັ້ງນີ້ ແມ່ນຍັງໄດ້ປະກອບສ່ວນຊ່ວຍເຫຼືອສັງຄົມ, ກໍ່ຄືສູນພັດທະນາແມ່ຍິງພິການລາວ (ສພຍລ) ຕາມຄວາມອາດສາມາດ ແລະ ຄວາມຮຽກຮ້ອງຕ້ອງການຂອງສູນ, ຊື່ງຖືວ່າເປັນໂອກາດດີ ແລະ ເປັນຂະບວນການໜຶ່ງ ເພື່ອຂໍ່ານັບຮັບຕ້ອນ ກອງປະຊຸມໃຫຍ່ຄັ້ງທີ III ຂອງໜ່ວຍພັກ ແລະ ກອງປະຊຸມໃຫຍ່ຂອງ 3 ອົງການຈັດຕັ້ງມະຫາຊົນ ບລໜຊ. ການປະກອບສ່ວນມອບເຄື່ອງຊ່ວຍເຫຼືອໃຫ້ແກ່ ສພຍລ ໃນຄັ້ງນີ້, ເຖິງວ່າມູນຄ່າຈະບໍ່ສູງ ແຕ່ກໍ່ເປັນນໍ້າຈິດນໍ້າໃຈຈາກ ບລໜຊ ຂອງພວກເຮົາ ແລະ ຫວັງຢ່າງຍິ່ງວ່າ ເຄື່ອງຊ່ວຍເຫຼືອ ທີ່ນຳມາມອບໃນຄັ້ງນີ້ ຈະເປັນປະໂຫຍດກັບ ສພຍລ. ຈາກນັ້ນ, ທ່ານ ນ ຈັນເພັງ ກໍ່ໄດ້ນໍາພາ ຄະນະ ຈາກ ບລໜຊ ຢ້ຽມຢາມ ແລະ ຢ້ຽມຊົມການຝຶກອົບຮົມວິຊາຊີບໃຫ້ແມ່ຍິງພິການ ໃນການຜະລິດເຄື່ອງ ຫັດຖະກຳຕ່າງໆເຊັ່ນ: ຕັດຫຍິບ, ຕໍ່າຫູກ, ປະດິດເຄື່ອງໃຊ້, ເຄື່ອງເອ້, ການປັ້ນຖ້ວຍ, ຈອກ, ຈານ ແລະ ອື່ນໆ ພາຍໃນສູນພັດທະນາແມ່ຍິງພິການລາວ (ສພຍລ) ແລະ ຢ້ຽມຊົມຫ້ອງຂາຍເຄື່ອງຫັດຖະກໍາຕ່າງໆ ທີ່ເຮັດໂດຍ ສະມາຊິກຄົນພິການ ສພຍລ, ພ້ອມທັງໄດ້ຊ່ວຍອຸດໜູນ ເພື່ອເປັນກໍາລັງໃຈອີກດ້ວຍ.
ໃນໂອກາດດັ່ງກ່າວ ທ່ານ ນ ຈັນເພັງ ສີວິໄລ ຜູ້ອໍານວຍການ ສພຍລ ກໍ່ໄດ້ສະແດງຄວາມຂອບໃຈ, ຮູ້ບຸນຄຸນ ແລະ ຊົມເຊີຍເປັນຢ່າງຍິ່ງ ຕໍ່ນໍ້າໃຈທີ່ແບ່ງປັນ ແລະ ໃຫ້ການຊ່ວຍເຫຼືອເພື່ອນມະນຸດດ້ວຍກັນ. ສໍາລັບເຄື່ອງຊ່ວຍເຫຼືອດັ່ງກ່າວຈະໄດ້ນໍາໄປແຈກຢາຍໃຫ້ສະມາຊິກຄົນພິການໃນ ສພຍລ.
ຂ່າວ: ວັນວິໄລ ມະນີພອນ