ກົມປະຕິຮູບລັດວິສາຫະກິດ ແລະ ການປະກັນໄພ ມາຢ້ຽມຢາມ ບລໜຊ

ໃນຕອນບ່າຍຂອງວັນທີ 21 ມີຖຸນາ 2024, ບລໜຊ ໄດ້ຮັບກຽດຕ້ອນຮັບການມາຢ້ຽມຢາມ ຂອງ ທ່ານ ໄພທູນ ທ່ຽງລະໄມ ວ່າການຫົວໜ້າ ກົມປະຕິຮູບລັດວິສາຫະກິດ ແລະ ການປະກັນໄພ ພ້ອມຄະນະ ໃນນາມກະຊວງການເງິນ ທີ່ເປັນເຈົ້າຂອງທຶນ, ໃຫ້ກຽດຕ້ອນຮັບໂດຍ ທ່ານ ນ. ທິບພະວັນ ຈັນທະຜາສຸກ ຜູ້ອໍານວຍການ ແລະ ຄະນະນໍາຂອງ ບລໜຊ. ຈຸດປະສົງຂອງການມາຢ້ຽມຢາມຄັ້ງນີ້ ແມ່ນເພື່ອຢື້ຢາມຖາມຂ່າວ ກ່ຽວກັບສະພາບການເຄື່ອນໄຫວວຽກງານ, ກໍ່ຄືການເຄື່ອນໄຫວທຸລະກິດ ນັບແຕ່ມື້ສ້າງຕັ້ງ ບລໜຊ ເປັນຕົ້ນມາ. ທ່ານ ຜູ້ອໍານວຍການ ກໍ່ໄດ້ລາຍງານສະພາບການການເຄື່ອນໄຫວຮອບດ້ານຂອງ ບລໜຊ ເປັນຕົ້ນແມ່ນ ໂຄງປະກອບການຈັດຕັ້ງ, ການເຄື່ອນໄຫວວຽກງານໃນປີ 2023, ທິດທາງແຜນການປີ 2024, ລວມທັງຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ຂໍ້ສະເໜີ ຕໍ່ທ່ານ ວ່າການຫົວໜ້າກົມ. ຜ່ານການຮັບຟັງການລາຍງານ ທ່ານໄພທູນ ກໍ່ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນງານ ແລະ ຜົນສໍາເລັດທີ່ ບລໜຊ ຍາດມາໄດ້ໃນປີຜ່ານມາ ໂດຍສະເພາະ ບລໜຊ ສາມາດເກັບກູ້ໜີ້ NPLs, NPAs ແລະ ມີກຳໄລສູງ ເກີນແຜນການທີ່ວາງໄວ້. ພ້ອມກັນນັ້ນ ກໍ່ຂໍໃຫ້ ບລໜຊ ສືບຕໍ່ມູນເຊື້ອທີ່ດີ, ເອົາໃຈໃສ່ສ້າງຜະລິດຕະພັນໃໝ່ໃຫ້ຫຼາກຫຼາຍ ເພື່ອໃຫ້ບໍລິສັດ ມີຄວາມໝັ້ນຄົງ, ຍືນຍົງ ແລະ ມີການພັດທະນາທຽບເທົ່າພາກພື້ນ ແລະ ສາກົນ.

ກ່ອນຈະສີ້ນສຸດການມາຢ້ຽມຢາມ ບລໜຊ ທ່ານ ໄພທູນ ທ່ຽງລະໄມ ​ພ້ອມດ້ວຍຄະນະ ກໍ່ໄດ້ຢ້ຽມຢາມພະນັກງານຢູ່ທັງໝົດ 6 ພະແນກ ທີ່ກຳລັງປະຕິບັດວຽກງານຂອງຕົນດ້ວຍຄວາມຫ້າວຫັນ ແລະ ທັງໄດ້ໄປຢ້ຽມຊົມຫ້ອງເກັບສໍານວນເງິນກູ້ ແລະ ຫ້ອງເກັບເອກະສານສໍາຄັນຕ່າງໆຂອງລູກໜີ້, ຊື່ງທ່ານ ກໍ່ໄດ້ຊົມເຊີຍ ທີ່ ບລໜຊ ໄດ້ມີການຈັດລຽງ, ເກັບມ້ຽນສໍານວນເອກະສານ ຢ່າງປອດໄພ ແລະ ເປັນລະບົບດີ.

Leave A Reply

Your email address will not be published.