ສ້າງຂະບວນການກິລາມິດຕະພາບ ເນື່ອງໃນວັນຄ້າຍວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 104 ປີ (13 ທັນວາ 1920 – 13 ທັນວາ 2024)

ໃນຕອນແລງຂອງວັນທີ 13 ທັນວາ 2024 ທີ່ເດີ່ນກິລາເຟີລາຣີ ບໍລິສັດລັດ ບໍລິຫານໜີ້ ແລະ ຊັບສິນ ຈໍາກັດຜູ້ດຽວ (ບລໜຊ) ໄດ້ສ້າງຂະບວນກິລາບານເຕະ ມິດຕະພາບ ກັບກົມຄຸ້ມຄອງ ໜີ້ສິນສາທາລະນະ ກະຊວງການເງິນ ເພື່ອລະນຶກເຖິງວັນຄ້າຍວັນເກີດຂອງ ປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກຂອງປວງຊົນລາວ ຄົບຮອບ 104 ປີ ແລະ ເພື່ອຕ້ອນຮັບກອງ ປະຊຸມໃຫຍ່ ຄັ້ງທີ 3 ຂອງໜ່ວຍພັກຂອງ ບລໜຊ. ການສ້າງຂະບວນການຄັ້ງນີ້ ຍັງໄດ້ຮັບກຽດ ຕ້ອນຮັບການເຂົ້າຮ່ວມຂອງ ທ່ານ ສຸລິວັດ ສຸວັນນະຈູມຄໍາ ຮອງລັດຖະມົນຕີ ກະຊວງ ການເງິນ, ຄະນະທີ່ເຂົ້າຮ່ວມປະກອບມີ:ທ່ານ ວິເລດ ກິນນາວົງ ຫົວໜ້າກົມຄຸ້ມຄອງໜີ້ສິນ ສາທາລະນະ, ທ່ານ ນ. ທິບພະວັນ ຈັນທະຜາສຸກ ຜູ້ອໍານວຍການ ບລໜຊ, ຄະນະກົມ, ຄະນະ ອໍານວຍການ,  ຄະນະພະແນກ, ພະນັກງານຈາກກົມຄຸ້ມຄອງໜີ້ສິນສາທາລະນະ ແລະ ບລໜຊ ເຂົ້າຮ່ວມ ຢ່າງພ້ອມພຽງ. ຂະບວນການກິລາຄັ້ງນີ້ ໄດ້ສ້າງຄວາມຟົດຟື້ນ, ມ່ວນຊື່ນ, ທັງເປັນການ ຮັດແໜ້ນຄວາມສາມັກຄີ ແລະ ເປັນການສ້າງພາລະນາໄມທີ່ສົມບູນ ໃຫ້ແກ່ຄະນະນໍາ ແລະ ພະນັກງານທັງສອງຝ່າຍ ເພື່ອສືບຕໍ່ປະຕິບັດໜ້າທີ່ວຽກງານທີ່ການຈັດຕັ້ງມອບໝາຍໃຫ້ ດ້ວຍຜົນ ສໍາເລັດທີ່ຈົບງາມ.

ຂ່າວ: ວັນວິໄລ ມະນີພອນ ພາບ: ວຽງມະນີ ຈະເລີນສຸກ

Leave A Reply

Your email address will not be published.