ຂະບວນການທັດສະນະສຶກສາ ຢ້ຽມຊົມສະຖານທີ່ທ່ອງທ່ຽວສໍາຄັນຂອງແຂວງວຽງຈັນ

ໃນວັນທີ 21 ທັນວາ 2024 ຄະນະອໍານວຍການ, ຄະນະພະແນກ ແລະ ພະນັກງານວິຊາການ ບໍລິສັດລັດ ບໍລິຫານໜີ້ ແລະ ຊັບສີນ ຈຳກັດຜູ້ດຽວ (ບລໜຊ) ໄດ້ໄປທັດສະນະສຶກສາ ຢູ່ສະຖານທີ່ທ່ອງທ່ຽວສໍາຄັນ ຂອງແຂວງວຽງຈັນ ເຊັ່ນ: ເຂື່ອນໄຟຟ້ານໍ້າງື່ມ, ກັງຫັນວັນເລ, ສະຖານທີ່ທ່ອງທ່ຽວເຂດອ່າງນໍ້າງື່ມ (ທະເລລາວ) ເນື່ອງໃນໂອກາດສົ່ງທ້າຍປີເກົ່າ ຄສ 2024 ແລະ ຕ້ອນຮັບປີໃໝ່ ຄສ 2025, ທັງເປັນການສ້າງຂະບວນການຕ້ອນຮັບກອງປະຊຸມໃຫຍ່ ຄັ້ງທີ III ຂອງໜ່ວຍພັກ ບລໜຊ, ລວມທັງເປັນການສົ່ງເສີມການທ່ອງ ທ່ຽວລາວ ໃຫ້ມີຄວາມຟົດຟື້ນມ່ວນຊື່ນ.

ການທັດສະນະສຶກສາໃນຄັ້ງນີ້ ເປັນການໄປຖອດຖອນບົດຮຽນ ແລະ ເກັບກໍາຂໍ້ມູນຈາກການປະຕິບັດຕົວຈິງ ຂອງທຸລະກິດ ການທ່ອງທ່ຽວ ແລະ ທຸລະກິດອື່ນໆ ຢູ່ແຂວງວຽງຈັນ ເພື່ອເປັນຂໍ້ມູນໃນການບໍລິຫານໜີ້ ແລະ ຊັບສິນ ຂອງ ບລໜຊ ໃນປັດຈຸບັນ ແລະ ອານາຄົດ. ຜ່ານການໄປຖອດຖອນບົດຮຽນ ພະນັກງານ ໄດ້ມີຄວາມຮູ້, ຄວາມເຂົ້າໃຈ, ​ມີຄວາມຄິດສ້າງສັນ, ຮຽນຮູ້ປະສົບການໃຫ່ມໆ ສ້າງແຮງບັນດານໃຈ, ສ້າງຄວາມສາມັກຄີພາຍໃນ, ມີຄວາມເບີກບານມ່ວນຊື່ນ ແລະ ກຽມພ້ອມຮັບມືໃນການແກ້ໄຂບັນຫາ ໃນການ ປະຕິບັດວຽກງານໃນປີຕໍ່ໄປ ໃຫ້ໄດ້ຮັບຜົນສໍາເລັດ ຕາມລະດັບຄາດໝາຍ ທີ່ຂັ້ນເທິງມອບໝາຍໃຫ້ຢ່າງຈົບງາມ.

  • ຂ່າວ: ວັນວິໄລ ມະນີພອນ

ພາບ: ບລໜຊ

Leave A Reply

Your email address will not be published.