ພິທີສະເຫຼີມສະຫຼອງວັນສ້າງຕັ້ງ ບລໜຊ ຄົບຮອບ 1 ປີ

ໃນຕອນເຊົ້າວັນທີ 04 ຕຸລາ 2024, ທີ່ໂຮງແຮມ ຄຣາວພຣາຊາ, ນະຄອນຫຼວງວຽງຈັນ ບໍລິສັດລັດ ບໍລິຫານໜີ້ ແລະ ຊັບສິນ ຈໍາກັດຜູ້ດຽວ (ບລໜຊ) ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງ ບລໜຊ ຄົບຮອບ 1 ປີ ຂຶ້ນ ໂດຍການໃຫ້ກຽດເປັນປະທານຂອງທ່ານ ອາລຸນ ບຸນຍົງ ຮອງຜູ້ວ່າການ ທະນາຄານແຫ່ງ ສປປ ລາວ, ປະທານສະພາບໍລິຫານ ບລໜຊ, ມີຄະນະສະພາບໍລິຫານ ບລໜຊ, ຄະນະອໍານວຍການ ບລໜຊ, ຕາງໜ້າຈາກກະຊວງການເງິນ ແລະ ທະນາຄານແຫ່ງ ສປປ ລາວ ແລະ ພະນັກງານພາຍໃນ ບລໜຊ ເຂົ້າຮ່ວມຢ່າງພ້ອມພຽງ.

ພິທີສະເຫຼີມສະຫຼອງໃນຄັ້ງນີ້ ທ່ານ ນ ທິບພະວັນ ຈັນທະຜາສຸກໄດ້ຜ່ານບົດສະຫຼຸບຕີລາຄາການເຄື່ອນໄຫວວຽກງານຂອງ ບລໜຊ ຕະຫຼອດໄລຍະ 1 ປີຜ່ານມາ ຊຶ່ງສ່ອງແສງໃຫ້ເຫັນຜົນງານ ແລະ ມີຜົນສໍາເລັດຫຼາຍດ້ານພ້ອມທັງໄດ້ຕີລາຄາດ້ານອອ່ນ-ຂໍ້ຄົງຄ້າງ ແລະ ກຳນົດທິດທາງແຜນການໃນຕໍ່ໜ້າ

ເພື່ອເປັນການຢັ້ງຢືນເຖິງຜົນງານທີ່ ບລໜຊ ຍາດມາໄດ້ນັ້ນ, ທ່ານ ອາລຸນ ບຸນຍົງ ຮອງຜູ້ວ່າການ ທະນາຄານແຫ່ງ ສປປ ລາວ, ຜູ້ລົງເລິກຊີ້ນຳວຽກງານຂອງ ບລໜຊ ໄດ້ມອບໃບຍ້ອງຍໍຜົນງານການປະຕິບັດງານປະຈຳປີ 2023 ໃຫ້ພະນັກງານ ບລໜຊ ເປັນປະເພດ ດີຫຼາຍ 14 ທ່ານ, ປະເພດດີ ຈຳນວນ 27 ທ່ານ.

ໃນພິທີອັນມີຄວາມໝາຍອັນສໍາຄັນນີ້ ທ່ານ ອາລຸນ ບຸນຍົງ ຮອງຜູ້ວ່າການ ທະນາຄານແຫ່ງ ສປປ ລາວ, ປະທານກອງປະຊຸມຍັງໃຫ້ກຽດໂອ້ລົມ ແລະ ໃຫ້ທິດເຍືອງທາງພ້ອມທັງໄດ້ຕີລາຄາຜົນສຳເລັດ ແຕ່ລະດ້ານເປັນຕົ້ນ: ການຊີ້ນຳ-ນຳພາຄະນະສະພາບໍລິຫານ, ຄະນະອຳນວຍການ, ການເຄື່ອງໄຫວວຽກງານຢ່າງຕັ້ງໜ້າຂອງພະນັກງານທຸກທ່ານ ທີ່ໄດ້ສຸມທຸກສະຕິປັນຍາ-ເຮື່ອແຮງ ແລະພ້ອມກັນປະຕິບັດຕາມໜ້າທີ່ການເມື່ອງຂັ້ນເທິງມອບໝາຍໃຫ້ຢ່າງມີຜົນສຳເລັດ.

ໃນພິທີໄດ້ຮັບຟັງການມີຄຳເຫັນແລກປ່ຽນຕໍ່ກັບການເຄື່ອນໄຫວວຽກງານຂອງ ບລໜຊ ຈາກ ທ່ານ ສີວິໄລ ທະວີສິນ ຄະນະສະພາບໍລິຫານ ບລໜຊ ກ່ຽວກັບການເກັບກູ້ໜີ້ ແລະ ແກ້ໄຂໜີ້ ຜ່ານຂະບວນການຍຸດຕິທຳ ແລະ ທ່ານ ນ ມະນີສຸກ ໄຊຍະວົງສາ ຄະນະສະພາບໍລິຫານ ກ່ຽວກັບວຽກງານບັນຊີ ແລະ ການກວດສອບບັນຊີຂອງ ບລໜຊ, ພ້ອມທັງ ຍັງໄດ້ມີຫານປະກອບຄຳເຫັນຈາກ ທ່ານ ຄຳແກ້ວ ວິສີສົມບັດ ຫົວໜ້າກົມຄຸ້ມຄອງທະນາຄານທຸລະກິດ ແລະ ທ່ານ ຈິນດາໄມ ວິໄລຫົງ ຜູ້ອຳນວຍການບໍລິສັດຂ່າວສານສິນເຊື່ອ ແຫ່ງ ສປປ ລາວ ຊື່ງທັງສອງພາກສ່ວນ ໄດ້ສະແດງຊົມເຊີຍຕໍ່ຜົນສຳເລັດຂອງ ບລໜຊ ແລະ ພ້ອມທີ່ຂະໃຫ້ຄວາມຮ່ວມມືໃນຖານະຄູ່ຮ່ວມຍຸດທະສາດ ເພື່ອພ້ອມກັນປະຕິບັດໜ້າທີ່ການເມືອງທີ່ຂັ້ນເທິງມອບໝາຍຢ່າງມີຜົນສຳເລັດ.

ພິທີສະເຫຼີມສະຫຼອງວັນສ້າງຕັ້ງ ບລໜຊ ຄົບຮອບ 1 ປີ  ແມ່ນໄດ້ດໍາເນີນເປັນເວລາເຄິ່ງວັນ, ດ້ວຍບັນຍາກາດອັນຟົດຟື້ນ ແລະ ມີເນື້ອໃນເລິກເຊິ່ງ, ພິທີໄດ້ປິດລົງດ້ວຍຜົນສໍາເລັດ ຕາມຈຸດປະສົງລະດັບຄາດໝາຍທີ່ວ່າງໄວ້.     

ບໍລິການດ້ວຍໃຈ ໂປ່ງໃສ ແລະ ມີວິໄນ

ຂ່າວ-ພາບ: ໜ່ວຍງານຂ່າວສານ ບລໜຊ

Leave A Reply

Your email address will not be published.