ກິລາມິດຕະພາບ ລະຫວ່າງ ບລໜຊ ແລະ ບໍລິສັດ ທະວີໂຊກ ກໍ່ສ້າງ ແລະ ສ້ອມແປງ ເຄຫາສະຖານ ຈໍາກັດຜູ້ດຽວ

ບໍລິສັດລັດ ບໍລິຫານໜີ້ ແລະ ຊັບສິນ ຈໍາກັດຜູ້ດຽວ (ບລໜຊ) ໄດ້ສ້າງຂະບວນກິລາບານ ເຕະມິດຕະພາບ ກັບ ບໍລິສັດ ທະວີໂຊກ ກໍ່ສ້າງ ແລະ ສ້ອມແປງ ເຄຫາສະຖານ ຈໍາກັດຜູ້ດຽວ ໃນຕອນແລງຂອງວັນທີ 22 ພະຈິກ 2024 ທີ່ເດີ່ນກິລາກົມໃຫຍ່ພາລາທິການກອງທັບຫຼັກ 5 ເພື່ອສ້າງຂະບວນການຕ້ອນຮັບ ກອງປະຊຸມໃຫຍ່ຄັ້ງທີ 3 ຂອງໜ່ວຍພັກຂອງ ບລໜຊ, ໃຫ້ກຽດນໍາພາເຂົ້າຮ່ວມໂດຍ ທ່ານ ນ ທິບພະວັນ ຈັນທະຜາສຸກ ຜູ້ອໍານວຍການ ບລໜຊ ແລະ ທ່ານ ທະວີໂຊກ ອິນທະວົງ ຜູ້ອໍານວຍການບໍລິສັດ ທະວີໂຊກ ກໍ່ສ້າງ ແລະ ສ້ອມແປງ ເຄຫາສະຖານ ຈໍາກັດຜູ້ດຽວ, ພ້ອມນີ້ ຍັງມີຮອງຜູ້ອໍານວຍການ ບລໜຊ, ຄະນະພະແນກ, ພະນັກງານ ບລໜຊ ແລະ ບໍລິສັດ ທະວີໂຊກ ກໍ່ສ້າງ ແລະ ສ້ອມແປງ ເຄຫາສະຖານ ຈໍາກັດຜູ້ດຽວ ເຂົ້າຮ່ວມຢ່າງພ້ອມພຽງ. ຂະບວນການກິລາຄັ້ງນີ້ ມີຄວາມຟົດຟື້ນ, ມ່ວນຊື່ນ, ທັງເປັນການຮັດແໜ້ນຄວາມສາມັກຄີ ແລະ ເປັນການສ້າງພາລະນາໄມທີ່ສົມບູນ ໃຫ້ແກ່ພະນັກງານທັງສອງຝ່າຍ ເພື່ອສືບຕໍ່ປະຕິບັດໜ້າທີ່ວຽກງານທີ່ການຈັດຕັ້ງມອບໝາຍໃຫ້ ດ້ວຍຜົນສໍາເລັດທີ່ຈົບງາມ.
- ຂ່າວ-ພາບ: ວັນວິໄລ ມະນີພອນ
Nice share!