ພິທີເຊັນສັນຍາ ຮັບຝາກເກັບໜີ້ ແລະ ຮັບຝາກຂາຍຊັບສິນ ລະຫວ່າງ ທະນາຄານແຫ່ງ ສປປ ລາວ ແລະ ບໍລິສັດລັດ ບໍລິຫານໜີ້ ແລະ ຊັບສີນ ຈຳກັດຜູ້ດຽວ (ບລໜຊ)

ໃນຕອນເຊົ້າຂອງວັນທີ່ 08 ກໍລະກົດ 2024 ທີ່ ໂຮງແຮມ ນິວໂຣດ ໄດ້ມີພິທີເຊັນສັນຍາຮັບຝາກເກັບໜີ້ ແລະ ສັນຍາຮັບຝາກຂາຍຊັບສິນ ລະຫວ່າງ ກົມບໍລິການທະນາຄານ ທະນາຄານແຫ່ງ ສປປ ລາວ (ກບທ) ແລະ ບໍລິສັດລັດ ບໍລິຫານໜີ້ ແລະ ຊັບສິນ ຈໍາກັດຜູ້ດຽວ (ບລໜຊ), ຕາງໜ້າລົງນາມໂດຍທ່ານ ນ. ທິບພະວັນ ຈັນທະຜາສຸກ ຜູ້ອຳນວຍການ ບລໜຊ ແລະ ທ່ານ ຄໍາແກ້ວ ວິສີສົມບັດ ຫົວໜ້າກົມບໍລິການ ທະນາຄານແຫ່ງ ສປປ ລາວ. ນອກຈາກນັ້ນ ຍັງມີຕາງໜ້າ 02 ພາກສ່ວນ ແລະ ພາກສ່ວນກ່ຽວຂ້ອງ ໄດ້ໃຫ້ກຽດເຂົ້າຮ່ວມທັງໝົດ 29 ທ່ານ, ຍິງ 14 ທ່ານ.
ການລົງນາມໃນສັນຍາຄັ້ງນີ້ ກໍ່ເພື່ອເປັນການຜັນຂະຫຍາຍແນວທາງ-ນະໂຍບາຍຂອງພັກ ແລະ ລັດຖະບານ ໃນການຮັບປະກັນ ການແກ້ໄຂໜີ້ຕ້ອງຮັບທວງຍາກ ແລະ ຊັບສິນລໍຖ້າຂາຍ ຂອງສະຖາບັນການເງິນ ໃຫ້ເປັນລະບົບ ແລະ ມີຄວາມຄ່ອງຕົວດີຂຶ້ນ ດ້ວຍການການມອບໜີ້ຕ້ອງຮັບທວງຍາກ ແລະ ຊັບສິນລໍຖ້າຂາຍຂອງສະຖາບັນການເງິນ ໃຫ້ ບລໜຊ ເປັນຜູ້ບໍລິຫານຈັດການ.
ພິທີເຊັນສັນຍາໃນຄັ້ງນີ້ໄດ້ດຳເນີນໄປ ດ້ວຍບັນຍາກາດທີ່ດີ, ທັງເປັນຂີດໝາຍທີ່ສຳຄັນຂອງທັງສອງພາກສ່ວນຮ່ວມມືກັນ, ສະໜັບສະໜູນ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ແລະ ພ້ອມກັນເປັນສ່ວນໜຶ່ງໃນການສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບສະຖາບັນການເງິນ-ເງິນຕາ ຂອງ ສປປ ລາວ.
- ຂ່າວ: ວັນວິໄລ ມະນີພອນ
- ພາບ: ແພວນະພາ ຫຼວງສີວິໄລ
