ບລໜຊ ສຳເລັດການຝຶກອົບຮົມ ແລະ ຖອດຖອນບົດຮຽນກ່ຽວກັບວຽກງານບໍລິຫານໜີ້ແລະຊັບສິນລໍຖ້າຂາຍທີ່ຮ່າໂນ້ຍສ.ສ ຫວຽດນາມ

ໃນລະຫວ່າງວັນທີ 14 – 17 ພຶດສະພາ 2024, ບລໜຊ ນຳພາໂດຍ ທ່ານ ນ. ທິບພະວັນ ຈັນທະຜາສຸກ ຜູ້ອຳນວຍການ ບລໜຊ ພ້ອມດ້ວຍຄະນະພະແນກກ່ຽວຂ້ອງຂອງ ບລໜຊ ຈໍານວນ 4 ທ່ານ, ຄະນະພະແນກຈາກກົມປະຕິຮູບລັດວິສາຫະກິດ ແລະ ປະກັນໄພ 1 ທ່ານ, ກະຊວງການເງິນ ແລະ ຄະນະພະແນກຈາກກົມຄຸ້ມຄອງທະນາຄານທຸລະກິດ, ທະນາຄານແຫ່ງ ສປປ ລາວ 2 ທ່ານ ໄດ້ເຂົ້າຮ່ວມຝຶກອົບຮົມ ແລະ ຖອດຖອນບົດຮຽນ ຮ່ວມກັບ ບໍລິສັດ ບໍລິຫານຊັບສິນ 2 ແຫ່ງ ເຊິ່ງເປັນບໍລິສັດຢູ່ໃນກຸ່ມຂອງທະນາຄານຫວຽດຕິນ (VietinBank) ແລະ ທະນາຄານເອັມບີ (MB) ສ.ສ ຫວຽດນາມ.
- ໃນວັນທີ 14 ພຶດສະພາ 2024 ຄະນະໄດ້ເຂົ້າຮ່ວມການຝຶກອົບຮົມ ແລະ ຖອດຖອນບົດຮຽນ ຢູ່ທີ່ບໍລິສັດ ບໍລິຫານຊັບສິນຂອງທະນາຄານຫວຽດຕິນ (VietinAMC) ໂດຍໄດ້ຮັບກຽດຕ້ອນຮັບຈາກ ທ່ານ ນາງ ດັງ ຖິ ທູ ເຟືອງ ( Đặng Thị Thu Phương) ຮອງຜູ້ອຳນວຍການ VietinBank AMC, ທ່ານ ນິງ ຫວຽດ ບັກ (Ninh Việt Bắc) ຮອງຫົວໜ້າພະແນກຄຸ້ມຄອງສະຖາບັນການເງິນ ເຊິ່ງເປັນຜູ້ຊີ້ນຳ VietinBank ສາຂາລາວ, ທ່ານ ນ. ເລ ທຸຍ ຍຸງ (Lê Thuỳ Nhung) ວິຊາການພະແນກຄຸ້ມຄອງສະຖາບັນການເງິນ VietinBank, ທ່ານ ຫງຽນ ບາ ລິງ (Nguyễn Bá Linh) ວິຊາການສູນແກ້ໄຂໜີ້ VietinAMC, ທ່ານ ນ. ຕົງ ແທັງ ມາຍ (Tống Thanh Mai) ວິຊາການພະແນກຄຸ້ມຄອງອົງກອນ VietinAMC ພ້ອມດ້ວຍຄະນະ, ເຊິ່ງທາງຄະນະຜູ້ບໍລິຫານ ແລະ ພະແນກກ່ຽວຂ້ອງຂອງ VietinAMC ໄດ້ບັນຍາຍໃຫ້ເຫັນເຖິງຫວັດຄວາມເປັນມາຂອງການສ້າງຕັ້ງບໍລິສັດ AMC, ໂຄງຮ່າງການຈັດຕັ້ງ, ພາລະບົດບາດ ແລະ ໜ້າທີ່ລວມຂອງ VietinAMC, ຊຶ່ງໄດ້ມີຜົນງານ ແລະ ໄດ້ປະກອບສ່ວນໃນການແກ້ໄຂໜີ້ຕ້ອງຮັບທວງຍາກຂອງ VietinBank ເປັນຢ່າງດີ .
![]() |
ໃນວັນທີ 15 ພຶດສະພາ2024 ຄະນະໄດ້ເຂົ້າພົບຄະນະນຳຂອງທະນາຄານMBທີ່ທະນາຄານ MB ສ.ສ ຫວຽດນາມ ໂດຍໄດ້ຮັບກຽດຕ້ອນຮັບຈາກ ທ່ານ ນ. ເຈີນ ທິ ບາວ ເກ໋ (Bà Trần Thị Bảo Quế) ຄະນະຜູ້ບໍລິຫານທະນາຄານ MB, ທ່ານ ຫງຽນ ວັນ ຮວນ (Ông Nguyễn Văn Huân) ຜູ້ອຳນວຍການທະນາຄານ MB ສາຂາລາວ ພ້ອມດ້ວຍຄະນະ, ເຊິ່ງທາງຄະນະຜູ້ບໍລິຫານຂອງທະນາຄານ MB ໄດ້ບັນຍາຍໃຫ້ເຫັນເຖິງປະຫວັດຄວາມເປັນມາຂອງການສ້າງຕັ້ງທະນານຄານ MB ໂດຍສັງເຂບ, ນຳພາຢ້ຽມຊົມສຳນັກງານຂອງທະນາຄານ MB ແລະ ສູນຝຶກອົບຮົມພະນັກງານ MB ແລະ ບັນດາບໍລິສັດໃນກຸ່ມອີກດ້ວຍ.
![]() | ![]() |
ຢ້ຽມຊົມສຳນັກງານຂອງທະນາຄານ MBທີ່ຮ່າໂນ້ຍສ.ສຫວຽດນາມ
![]() | ![]() |
ໃນວັນທີ 16 – 17 ພຶດສະພາ2024 ຄະນະໄດ້ເຂົ້າຝຶກອົບຮົມແລະຖອດຖອນບົດຮຽນ ທີ່ ບໍລິສັດ ບໍລິຫານຊັບສິນ MB AMC ໂດຍໄດ້ຮັບກຽດຕ້ອນຮັບຈາກ ທ່ານ ຮ່າ ແອງ ຢຸງ (Ông Hà Anh Dũng) ຜູ້ອຳນວຍການໃຫຍ່ MB AMC ແລະ ທ່ານ ວູ ກວາງ ຟຸງ (Ông Vũ Quang Phụng) ຄະນະຜູ້ບໍລິຫານ MB AMC ພ້ອມດ້ວຍຄະນະ, ເຊິ່ງທາງຄະນະຜູ້ບໍລິຫານ ແລະ ພະແນກກ່ຽວຂ້ອງຂອງ MB AMC ໄດ້ບັນຍາຍໃຫ້ເຫັນເຖິງປະຫວັດຄວາມເປັນມາຂອງການສ້າງຕັ້ງບໍລິສັດ AMC, ຂອບເຂດການເຄື່ອນໄຫວ, ໂຄງຮ່າງການຈັດຕັ້ງ, ພາລະບົດບາດ, ໜ້າທີ່ຂອງແຕ່ລະພາກສ່ວນໃນການບໍລິຫານຄຸ້ມຄອງ ແລະ ການດໍາເນີນທຸລະກິດ ພ້ອມທັງໄດ້ນຳພາຢ້ຽມຊົມສຳນັກງານຂອງ MB AMC.
ຜ່ານການໄປຝຶກອົບຮົມ ແລະ ຖອດຖອນບົດຮຽນກັບ 02 ບໍລິສັດ ບໍລິຫານຊັບສິນ, ຄະນະທີ່ເຂົ້າຮ່ວມ ແມ່ນໄດ້ຮັບບົດຮຽນ ແລະ ໄດ້ຮັບການແບ່ງປັນປະສົບການ ໃນການບໍລິຫານຄຸ້ມຄອງໜີ້ດ້ອຍຄຸນນະພາບ ແລະ ຊັບສິນລໍຖ້າຂາຍ ເຊິ່ງເຫັນວ່າເປັນບົດຮຽນທີ່ມີປະໂຫຍດຢ່າງຫຼວງຫຼາຍ ແລະ ສາມາດນຳມາໝູນໃຊ້ເຂົ້າໃນການເຄື່ອນໄຫວວຽກງານຂອງ ບລໜຊ ໄດ້ໃນອານາຄົດ.
ຂ່າວ-ພາບ: ທ່ານ ນາງ ມາລີນ້າ ພູນສະຫວັດ
ທ່ານ ນາງ ແມັກຊີ ໂຄດປັນຍາ ທ່ານ ນາງ ອິກ ຄຳມະນີໂຄດ




