ບລໜຊ ຈັດກອງປະຊຸມທາບທາມສະມາຊິກຊາວໜຸ່ມຂອງໜ່ວຍຊາວໜຸ່ມ ບລໜຊ ຮອບທີສາມ

ໃນຕອນເຊົ້່າຂອງວັນທີ 07 ມິຖຸນາ 2024 ບລໜຊ ໄດ້ຈັດກອງປະຊຸມທາບທາມສະມາຊິກຊາວໜຸ່ມຂອງໜ່ວຍຊາວໜຸ່ມບໍລິສັດລັດ ບໍລິຫານໜີ້ ແລະ ຊັບສິນ ຈໍາກັດຜູ້ດຽວ (ບລໜຊ) ຮອບທີສາມ, ໃຫ້ກຽດເຂົ້າຮ່ວມຮັບຟັງ ແລະ ມີຄຳເຫັນໂອ້ລົມໂດຍທ່ານ ວຽງສະຫວັນ ທິດາວັນ ຮອງຜູ້ອຳນວຍການ, ກໍາມະການ, ຜູ້ກວດກາໜ່ວຍພັກ ບລໜຊ. ພ້ອມດ້ວຍ ທ່ານ ພັນທະກອນ ພົມມະເທບ ແລະ ທ່ານ ສຸລິວົງ ແສງສຸໄລ ຄະນະຊາວໜຸ່ມຮາກຖານທະນາຄານແຫ່ງສປປ ລາວ (ທຫລ), ດຳເນີນກອງປະຊຸມໂດຍຄະນະໜ່ວຍ ແລະ ສະມາຊິກຊາວໜຸ່ມຂອງ ບລໜຊ.

ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ແມ່ນເພື່ອທາບທາມບຸກຄະລາກອນເຂົ້າເປັນຄະນະໜ່ວຍຊາວໜຸ່ມ ບລໜຊ ຮອບທີ 3, ພ້ອມທັງເລືອກຕັ້ງເອົາຜູ້ແທນໄປເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງທີ V ຂອງຄະນະບໍລິຫານງານຊາວໜຸ່ມຮາກຖານ ທຫລ, ນອກຈາກນັ້ນ, ຍັງໄດ້ເລືອກຕັ້ງເອົາຄະນະບໍລິຫານງານຊາວໜຸ່ມຮາກຖານ ທຫລ ສະໄໝທີ V ຮອບທີ 1  ອີກດ້ວຍ. ໃນໂອກາດດັ່ງກ່າວທ່ານ ວຽງໄຊ ລໍລະຄໍາ ເລຂາໜ່ວຍຊາວໜຸ່ມ ບລໜຊ ໄດ້ນໍາສະເໜີບົດລາຍງານການເມືອງຂອງໜ່ວຍຊາວໜຸ່ມ ບລໜຊ, ຕໍ່ມາ ທ່ານ ວິລະພົນ ອຸດທະຈັກ ຮອງເລຂາ, ຜູ້ກວດກາໜ່ວຍຊາວໜຸ່ມ ບລໜຊ ໄດ້ນໍາສະເໜີບົດສໍາຫຼວດການນໍາພາລວມຂອງໜ່ວຍຊາວໜຸ່ມ ບລໜຊ, ຫຼັງຈາກນັ້ນ ທ່ານ ພັນທະກອນ ພົມມະເທບ ຄະນະຊາວໜຸ່ມຮາກຖານ ທຫລ ໄດ້ນໍາສະເໜີເອກະສານ ແລະ ບົດແນະນໍາທີ່ກ່ຽວຂ້ອງຕ່າງໆໃນການຄັດເລືອກບຸກຄະລາກອນເຂົ້າເປັນຄະນະໜ່ວຍຊາວໜຸ່ມ ບລໜຊ ແລະ ຜູ້ແທນໄປເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງທີ V ຂອງຄະນະບໍລິຫານງານຊາວໜຸ່ມຮາກຖານ ທຫລ ລວມທັງການຄັດເລືອກຄະນະບໍລິຫານງານຊາວໜຸ່ມຮາກຖານ ທຫລ ສະໄໝທີ V ຮອບທີ 1  ອີກດ້ວຍ.

ທ່ານ ວຽງສະຫວັນ ທິດາວັນ ຮອງຜູ້ອຳນວຍການ, ກໍາມະການ, ຜູ້ກວດກາໜ່ວຍພັກ ບລໜຊ ໄດ້ກ່າວຍ້ອງຍໍ ຊົມເຊີຍ ໜ່ວຍຊາວໜຸ່ມ ບລໜຊ ທີ່ໄດ້ເອົາໃຈໃສ່ເຄື່ອນໄຫວສ້າງຂະບວນການຕ່າງໆ ຕາມພາລະບົດບາດຂອງຕົນຢ່າງຕັ້ງໜ້າ ແລະ ດຳເນີນການຈັດຕັ້ງຂະບວນການໄດ້ຢ່າງສົມເຫດສົມຜົນ ແລະ ກະທັດຮັດ, ພ້ອມນີ້, ກໍ່ຮຽກຮ້ອງຊາວໜຸ່ມທຸກໆສະຫາຍໃຫ້ເອົາໃຈໃສ່ຝຶກຝົນ, ຫຼໍ່ຫຼອມ ຕົນເອງໃຫ້ມີຄວາມຮູ້ ຄວາມສາມາດໃນການປະຕິບັດໜ້າທີ່ວຽກງານທັງດ້ານວິຊາສະເພາະ ແລະ ການເຄື່ອນໄຫວຮອບດ້ານ.

ຂ່າວ: ວັນວິໄລ ມະນີພອນ
ພາບ: ແພວນະພາ ຫຼວງສີວິໄລ

Leave A Reply

Your email address will not be published.