ບໍລິສັດລັດ ບໍລິຫານໜີ້ ແລະ ຊັບສິນ ຈໍາກັດຜູ້ດຽວ ຕ້ອນຮັບຄະນະກຳມະການກວດສອບຂອງສະພາບໍລິຫານ ບລໜຊ

ໃນຕອນເຊົ້າ ວັນທີ 29 ພຶດສະພາ 2024, ເວລາ 08:30 ໂມງ ທີ່ຫ້ອງປະຊຸມຂອງບໍລິສັດລັດ ບໍລິຫານໜີ້ ແລະ ຊັບສິນ ຈໍາກັດຜູ້ດຽວ (ບລໜຊ) ໄດ້ຈັດກອງປະຊຸມ ເປີດການກວດສອບ ຈາກຄະນະກໍາມະການກວດສອບຂອງສະພາບໍລິຫານ ບລໜຊ ໂດຍການເປັນປະທານ ຂອງທ່ານ ນາງ ມະນີສຸກ ໄຊຍະວົງສາ ກໍາມະການສະພາບໍລິຫານ, ປະທານຄະນະກໍາມະການກວດສອບຂອງສະພາບໍລິຫານ ບລໜຊ, ພ້ອມນີ້ ມີຜູ້ເຂົ້າຮ່ວມນໍາໂດຍທ່ານ ປອ ເວີນສະຫັວນ ສີວິໄຊ ຮອງຜູ້ອໍານວຍການ ບລໜຊ, ຄະນະກໍາມະການກວດສອບຂອງສະພາບໍລິຫານ ບລໜຊ, ທ່ານ ວຽງສະຫວັນ ທິດາວັນ ຮອງຜູ້ອໍານວຍການ ບລໜຊ, ຜູ້ກວດກາໜ່ວຍພັກ ບລໜຊ ແລະ ທ່ານ ເຢຍລໍ່ ຮົງນູ ຫົວໜ້າພະແນກກວດສອບພາຍໃນ ບລໜຊ.

ຈຸດປະສົງຂອງກອງປະຊຸມຄັ້ງນີ້ ກໍ່ເພື່ອປະຕິບັດຕາມທິດຊີ້ນໍາຂອງສະພາບໍລິຫານ ແລະ ແຜນການກວດສອບ ປະຈໍາປີ 2024 ຄື: ລົງກວດສອບ ການເງິນຂອງ ບລໜຊ ປະຈໍາປີ 2023, ກໍ່ຄື ນັບແຕ່ເດືອນກັນຍາ ເຖິງ ເດືອນທັນວາ 2023 ໂດຍມີການແບ່ງຄວາມຮັບຜິດຊອບໃຫ້ແກ່ຄະນະກໍາມະການແຕ່ລະທ່ານ ໃນການກວດສອບ ແລະ ກໍານົດວັນເວລາຂອງການກວດສອບ ໃຫ້ສໍາເລັດຕາມລະດັບຄາດໝາຍ.

ທ່ານ ປອ ເວີນສະຫວັນ ສີວິໄຊ ຮອງຜູ້ອໍານວຍການ ບລໜຊ, ຄະນະກໍາມະການກວດສອບ ບລໜຊ ໄດ້ລາຍງານກ່ຽວກັບສະພາບການ ແລະ ຜົນສໍາເລັດໂດຍລວມຂອງວຽກງານກວດສອບພາຍໃນ ບລໜຊ ໃນໄລຍະຜ່ານມານັບແຕ່ໄດ້ສ້າງຕັ້ງ ບລໜຊ ເຖິງປັດຈຸບັນ, ຫຼັງຈາກນັ້ນ ທ່ານ ວຽງສະຫວັນ ທິດາວັນ ຮອງຜູ້ອໍານວຍການ ບລໜຊ, ຜູ້ກວດກາໜ່ວຍພັກ ບລໜຊ ກໍ່ໄດ້ລາຍງານຜົນການກວດກາ ແລະ ການປະຕິບັດໜ້າທີ່ວຽກງານຂອງ ບລໜຊ ໃນໄລຍະຜ່ານມາ, ຊຶ່ງໂດຍລວມແມ່ນໄດ້ມີຜົນງານທີ່ພົ່ນເດັ່ນຫຼາຍດ້ານ ແລະ ປະຕິບັດວຽກງານໄດ້ລື່ນແຜນການ, ແຕ່ໃນນັ້ນ ກໍ່ຍັງມີບາງຂໍ້ຄົງຄ້າງ ແລະ ສິ່ງທ້າທາຍຫຼາຍຢ່າງ ໃນໄລຍະສ້າງຕັ້ງບໍລິສັດໃໝ່ ທີ່ຈະໄດ້ສືບຕໍ່ປັບປຸງແກ້ໄຂໃຫ້ດີຂື້ນໃນຕໍ່ໜ້າ.    ກອງປະຊຸມເປີດການກວດສອບ ໄດ້ດໍາເນີນໄປເປັນເວລາເຄິ່ງວັນ ແລະ ໄດ້ບັນລຸໝາກຜົນລະດັບຄາດໝາຍທີ່ກໍານົດໄວ້, ຊຶ່ງບັນດາຜູ້ທີ່ເຂົ້າຮ່ວມກອງປະຊຸມໄດ້ປຶກສາຫາລືຢ່າງກົງໄປກົງມາ, ໄດ້ພ້ອມກັນປະກອບຄໍາຄິດຄໍາເຫັນ ແລະ ສາມາດກໍານົດທິດທາງ, ວາງເປົ້າໝາຍວຽກງານ ຢ່າງລະອຽດ ເພື່ອຮັບປະກັນການກວດສອບການເງິນຂອງ ບລໜຊ ປະຈໍາປີ 2023 ໃຫ້ມີຄວາມລະອຽດ ຈະແຈ້ງ ແລະ ໂປ່ງໃສ ຮັບປະກັນຕາມມາດຕະຖານຂອງກວດສອບ, ພ້ອມທັງສະຫຼຸບຜົນການກວດສອບ ເພື່ອລາຍງານປະທານສະພາບໍລິຫານ ເພື່ອມີທິດຊີ້ນໍາ.

  • ຂ່າວ: ວັນວິໄລ ມະນີພອນ
  • ພາບ: ແພວນະພາ ຫຼວງສີວິໄລ
Leave A Reply

Your email address will not be published.