ບໍລິສັດລັດ ບໍລິຫານໜີ້ ແລະ ຊັບສິນ ຈໍາກັດຜູ້ດຽວ (ບລໜຊ) ໄດ້ຈັດກອງປະຊຸມສະພາບໍລິຫານສະໄໝສາມັນ ຄັ້ງທີ I

ໃນຕອນເຊົ້າ ວັນທີ 27 ມີນາ 2024, ເວລາ 08:30 ໂມງ ທີ່ຫ້ອງປະຊຸມຂອງບໍລິສັດ ໄດ້ເປີດກອງປະຊຸມສະພາບໍລິຫານສະໄໝສາມັນ ຄັ້ງທີ I ຂອງບໍລິສັດລັດ ບໍລິຫານໜີ້ ແລະ ຊັບສິນ ຈຳກັດຜູ້ດຽວ (ບລໜຊ) ໂດຍການເປັນປະທານຂອງທ່ານ ນາງ ວັດທະນາ ດາລາລອຍ ປະທານສະພາບໍລິຫານ, ມີບັນດາສະມາຊິກສະພາບໍລິຫານບໍລິສັດ, ຄະນະອໍານວຍການ, ຫົວໜ້າກົມບັນຊີ ແລະ ການເງິນ, ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ, ຮອງຫົວໜ້າກົມຄຸ້ມຄອງທະນາຄານທຸລະກິດ ແລະ ກອງເລຂາ ເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມຄັ້ງນີ້ຈັດຂຶ້ນ ເພື່ອຜ່ານຮ່າງບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດແຜນທຸລະກິດຂອງ ບລໜຊ ປະຈຳປີ 2023 (ແຕ່ເດືອນ 9 ຫາ 12 ປີ 2023), ກໍ່ຄືນັບແຕ່ສ້າງຕັ້ງ ບລໜຊ ຢ່າງເປັນທາງການ ເປັນຕົ້ນມາ, ຜ່ານແຜນທຸລະກິດປະຈຳປີ 2024, ຜ່ານຮ່າງນີຕິກຳ ຈຳນວນ 2 ສະບັບ ແລະ ວຽກງານອື່ນໆ, ຊຶ່ງນຳສະເໜີໂດຍ ທ່ານ ນ. ທິບພະວັນ ຈັນທະຜາສຸກ ຜູ້ອຳນວຍການ. ຫຼັງຈາກນັ້ນ ກອງປະຊຸມກໍໄດ້ຜັດປ່ຽນກັນປະກອບຄຳເຫັນ ຢ່າງມີຈຸດສຸມ, ມີເນື້ອໃນເລິກເຊີ່ງ ແລະ ມີຄວາມຮັບຜິດຊອບສູງ. ຜ່ານການປະກອບຄຳເຫັນ ກອງປະຊຸມກໍ່ໄດ້ຮັບຮອງເອົາບັນຫາທີ່ສໍາຄັນຄື: ຮັບຮອງເອົາບົດສະຫຼຸບລາຍງານຜົນການຈັດຕັ້ງປະຕິບັດວຽກງານ, ກໍ່ຄືແຜນການປີ 2003, ຮັບຮອງເອົາລາຍງານການເງິນ ປີ 2023,ຮັບຮອງເອົາການແບ່ງກໍາໄລສຸດທິເຂົ້າຄັງຕ່າງໆ ຕາມລະບຽບການ, ຮັບຮອງເອົາແຜນທຸລະກິດປີ 2024 ແລະ ຮັບຮອງເອົາຮ່າງນິຕິກຳ ຈຳນວນ 2 ສະບັບ ແລະ ວຽກງານອື່ນໆ ຈຳນວນໜື່ງ.
ກອງປະຊຸມ ໃນຄັ້ງນີ້ໄດ້ດຳເນີນໄປເປັນເວລາ ເຄີ່ງວັນ ດ້ວຍບັນຍາກາດທີ່ຟົດຟື້ນ ແລະ ມີຜົນສຳເລັດເປັນຢ່າງດີ.ໃນຕອນທ້າຍກອງປະຊຸມ ທ່ານ ປະທານສະພາບໍລິຫານ ກໍ່ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຄະນະນຳ ແລະ ພະນັກງານທັງໝົດຂອງ ບລໜຊ ທີ່ໄດ້ເອົາໃຈໃສ່ໃນການປະຕິບັດໜ້າທີ່ວຽກງານ ດ້ວຍຄວາມຮັບຜິດຊອບສູງ, ມີຜົນສໍາເລັດ ແລະ ມີຜົນກຳໄລສູງ; ພ້ອມທັງຮຽກຮ້ອງໃຫ້ສືບຕໍ່ຈັດຕັ້ງປະຕິບັດທິດທາງແຜນການໃນປີ 2024 ໃຫ້ສຳເລັດຕາມລະດັບຄາດໝາຍທີ່ກຳນົດ. ພາຍຫຼັງສິ້ນສຸດກອງປະຊຸມ ປະທານພ້ອມດ້ວຍຄະນະ ກໍ່ໄດ້ຖືໂອກາດນີ້ ຢ້ຽມຢາມພະນັກງານ, ສະຖານທີ່ເຮັດວຽກ ແລະ ບ່ອນເກັບມ້ຽນສຳນວນເອກະສານຕ່າງໆ ຂອງ ບລໜຊ, ຊື່ງກໍ່ໄດ້ສະແດງໃຫ້ເຫັນວ່າ ຍາມໃດ ຄະນະພັກ-ຄະນະນຳ ກໍ່ໄດ້ໃຫ້ຄວາມສຳຄັນ ແລະ ມີຄວາມເປັນຫວ່ງເປັນໄຍ ຕໍ່ພະນັກງານ.
![]() ![]() |

