ສະພາບໍລິຫານ ໄດ້ໃຫ້ກຽດເຂົ້າຮ່ວມເປັນປະທານໃນກອງປະຊຸມປະເມີນຜົນງານຂອງຄະນະອຳນວຍການ ບລໜຊ ປະຈໍາປີ 2023

ຕອນບ່າຍຂອງວັນທີ 02 ກຸມພາ 2024 ທ່ານ ອາລຸນ ບຸນຍົງ ກໍາມະການພັກ, ຫົວໜ້າກົມຄຸ້ມຄອງທະນາຄານທຸລະກິດ, ຄະນະສະພາບໍລິຫານ ບລໜຊ ໄດ້ໃຫ້ກຽດເຂົ້າຮ່ວມເປັນປະທານໃນກອງປະຊຸມ ປະເມີນຜົນງານຂອງຄະນະອຳນວຍການ ບລໜຊ ປະຈໍາປີ 2023, ຊຶ່ງຜູ້ເຂົ້້າຮ່ວມກອງປະ ຊຸມຄັ້ງນີ້ ປະກອບດ້ວຍຄະນະອຳນວຍການ ແລະ ຄະນະພະແນກຂອງ ບລໜຊ.
ພາຍຫຼັງ ທ່ານ ນາງ ທິບພະວັນ ຈັນທະຜາສຸກ ຜູ້ອຳນວຍການ ບລໜຊ ໄດ້ກ່າວຕ້ອນຮັບ ທ່ານ ອາລຸນ ບຸນຍົງ ຄະນະສະພາບໍລິຫານ ແລະ ກ່າວເປີດກອງປະຊຸມແລ້ວ ທ່ານ ສົມເພັດ ວົງຄໍາຈັນ ກໍ່ໄດ້ລາຍງານສະພາບການຈັດຕັ້ງປະຕິບັດ ແລະ ຜົນການປະເມີນຜົນພະນັກງານປະຈໍາປີ 2023 ຂັ້ນ 1 ແລະ 2 ສໍາລັບຂັ້ນວິຊາການ ຮອດຂັ້ນພະແນກ ຕາມແຈ້ງການ ແລະ ຂັ້ນຕອນທີ່ ທະນາຄານແຫ່ງ ສປປ ລາວ ວາງອອກ.
ການປະເມີນການປະຕິບັດວຽກງານຂອງ ຄະນະອໍານວຍການ 4 ທ່ານ ແມ່ນໄດ້ເລີ່ມຈາກການປະເມີນຕົນເອງ, ຍົກໃຫ້ເຫັນຜົນງານທີ່ຍາດມາໄດ້ ແລະ ຂໍ້ຄົງຄ້າງທີ່ຕ້ອງສືບຕໍ່ປັບປຸງແກ້ໄຂໃຫ້ນັບມື້ນັບດີຂື້ີນ, ພ້ອມທັງຮັບຟັງຄໍາເຫັນສົ່ງຂ່າວຈາກ ຄະນະອໍານວຍການດ້ວຍກັນ ແລະ ຄະນະພະແນກ.
ທ່ານ ອາລຸນ ບຸນຍົງ ກຳມະການພັກ, ຄະນະສະພາບໍລິຫານ, ຫົວໜ້າກົມຄຸ້ມຄອງທະນາຄານທຸລະກິດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ທີ່ກອງປະຊຸມໄດ້ດຳເນີນໄປດ້ວຍບັນຍາກາດທີ່ຟົດຟື້ນ, ແຕ່ລະທ່ານໄດ້ມີຄວາມຈິງໃຈຮັບເອົາຄໍາຕໍານິສົ່ງຂ່າວ ຈາກໝູ່ຄະນະ ເພື່ອປັບປຸງແກ້ໄຂໃນຕໍ່ໜ້າ. ພ້ອມນັ້ນ ຍັງໄດ້ໃຫ້ຄຳໂອ້ລົມຕໍ່ການເຄື່ອນໄຫວວຽກງານ ແລະ ໃຫ້ທິດເຍືອງທາງໃນການຊິີ້ນຳ-ນຳພາການປະຕິ ບັດວຽກງານຂອງຄະນະອຳນວຍການ ໃນຕໍ່ໜ້າ ໃຫ້ສໍາເລັດຜົນ ແລະ ມີດ້ວຍຜົນງານທີ່ໂດດເດັ່ນຮອບດ້ານ.
ພາຍຫຼັງສຳເລັດກອງປະຊຸມ ຄະນະບໍລິຫານ ບລໜຊ ຍັງໄດ້ນໍາພາ ທ່ານ ອາລຸນ ບຸນຍົງ ຄະນະສະພາບໍລິຫານ ຢ້ຽມຊົມສະຖານທີ່ເຮັດວຽກຂອງພະນັກງານ, ຫ້ອງເກັບເອກະສານ ຫຼື ສໍານວນເງິນກູ້ຂອງລູກໜີ້ ທີ່ຮັບໂອນມາແຕ່ທະນາຄານທຸລະກິດ ເພື່ອເກັບກູ້ໜີ້ເຂົ້າງົບປະມານຂອງລັດ, ພ້ອມນັ້ນ ຢ້ຽມຊົມຫ້ອງເກັບເອກະສານສໍາຄັນຄື: ຫຼັກຊັບຄໍ້າປະກັນ, ສັນຍາເງິນກູ້ ແລະ ສັນຍາຄໍ້າປະກັນ ສະບັບຕົ້ນ, ຊື່ງໄດ້ຖືກເກັບມ້ຽນໄວ້ຢ່າງເປັນລະບຽບ ແລະ ໃນບ່ອນທີ່ປອດໄພ.
ຫຼັງຈາກນັ້ນ, ຄະນະອຳນວຍການ ແລະ ຄະນະພະແນກ ໄດ້ພາຢ້ຽມຊົມການປະຕິບັດວຽກງານຂອງບັນດາພະແນກ ແລະ ສະຖານທີ່ຕ່າງໆໃນ ບລໜຊ ອີກດ້ວຍ.
