ບ​ລ​ໜ​ຊ ສຳ​ເລັດ​ການ​ຝຶກ​ອົບ​ຮົມ ແລະ ຖອດ​ຖອນ​ບົດ​ຮຽນ ກ່ຽວ​ກັບວຽກ​ງານ​ບໍ​ລິ​ຫານ​ໜີ້​ຕ້ອງ​ຮັບ​ທວງ​ຍາກ ແລະ ຊັບ​ສິນ​ລໍ​ຖ້າ​ຂາຍ ໃນ​ລະ​ຫວ່າ​ງວັນ​ທີ 12 – 15 ກຸມ​ພາ 2024 ທີ່​ປະ​ເທດ​ໄທ

ໃນ​ລະ​ຫວ່າ​ງວັນ​ທີ 12 – 15 ກຸມ​ພາ 2024, ບ​ລ​ໜ​ຊ ນຳ​ພາ​ໂດຍ ​ທ່ານ ນ. ທິບ​ພະ​ວັນ ຈັນ​ທະ​ຜາ​ສຸກ ຜູ້​ອຳ​ນວຍ​ການ ບ​ລ​ໜ​ຊ ພ້ອມ​ດ້ວຍພະ​ແນກ​ກ່ຽວ​ຂ້ອງ​ຂອງ ບ​ລ​ໜ​ຊ, ຕາງ​ໜ້າ​ຈາກກົມ​ປະ​ຕິ​ຮູບລັດ​ວິ​ສາ​ຫະ​ກິດ ແລະ ປະ​ກັນ​ໄພ, ກະ​ຊວງ​ການ​ເງິນ ແລະ ກົມ​ຄຸ້ມ​ຄອງ​ທະ​ນາ​ຄານ​ທຸ​ລະ​ກິດ, ທະ​ນາ​ຄານ​ແຫ່ງ ສ​ປ​ປ ລາວ ເຂົ້າ​ຮ່ວມ​ຝຶກ​ອົບ​ຮົມ ແລະ ຖອດ​ຖອນ​ບົດ​ຮຽນ ຮ່ວມກັບ 03 ທະ​ນາ​ຄານ​ທຸ​ລ​ະ​ກິດຂອງ​ໄທ ຄື: ທະ​ນາ​ຄານ​ກຸງ​ເທບ ສຳ​ນັກ​ງານ​ໃຫຍ່, ທະ​ນາ​ຄານ​ກຸງ​ສີ​ອະ​ຍຸດ​ທະ​ຍາ ​ສຳ​ນັກ​ງານ​ໃຫຍ່ ແລະ ທະ​ນາ​ຄານ​ກະ​ສິ​ກອນ​ໄທ ສຳ​ນັກ​ງານ​ໃຫຍ່.

ຜ່ານ​ການ​ໄປ​ຝຶກ​ອົບ​ຮົມແລະຖອດ​ຖອນ​ບົດ​ຮຽນກັບ 03 ທະ​ນາ​ຄານ, ຄະ​ນະ​ທີ່​ເຂົ້າ​ຮ່ວມ ແມ່ນໄດ້​ຮັບ​ບົດ​ຮຽນ ແລະ ໄດ້​ຮັບ​ການ​ແບ່ງ​ປັນ​ປະ​ສົບ​ການ​ ໃນ​ການ​ບໍ​ລິ​ຫານ​ຈັດ​ການ​ໜີ້ດ້ອຍ​ຄຸນ​ນະ​ພາບ, ການ​ປັບ​ປຸງ​ໂຄງ​ສ້ງ​ໜີ້, ການ​ບໍ​ລິ​ຫານ​ຈັດ​ການ​ຊັບ​ສິນ​ລໍ​ຖ້າ​ຂາຍ ແລະ ລະ​ບຽບ​ການ​ຕ່າງ​ໆຫຼາຍ​ຢ່າງ ເຊິ່ງ​ເຫັນ​ວ່າ​ເປັນ​ບົດ​ຮຽນ​ທີ່​ມີ​ປະ​ໂຫຍດ​ຢ່າງຫຼວງຫຼາຍ ແລະ ສາ​ມາດ​​ນຳມາ​ໝູນ​ໃຊ້​ເຂົ້າ​ໃນ​ການ​ເຄື່ອນ​ໄຫວ​ວຽກ​ງາ​ນ​ຂອງ ບ​ລ​ໜ​ຊ ໄດ້ໃນ​ອາ​ນາ​ຄົດ​.

ຂ່າວ-​ພາບ:     
ທ່ານ ນາງ ມາ​ລີ​ນ້າ ພູນ​ສະ​ຫວັດ
ທ່ານ ນາງ ແມັກ​ຊີ ໂຄດ​ປັນ​ຍາ
ທ່ານ ນາງ ອິກ ຄຳ​ມະ​ນີ​ໂຄດ

Leave A Reply

Your email address will not be published.