ໃນວັນທີ 14 ກຸມພາ 2024 ຝຶກອົບຮົມ ແລະ ຖອດຖອນບົດຮຽນ ທີ່ ທະນາຄານກຸງສີອະຍຸດທະຍາ ສຳນັກງານໃຫຍ່

ໃນວັນທີ 14 ກຸມພາ 2024 ຝຶກອົບຮົມແລະຖອດຖອນບົດຮຽນ ທີ່ ທະນາຄານກຸງສີອະຍຸດທະຍາ ສຳນັກງານໃຫຍ່ ໂດຍໄດ້ຮັບກຽດຕ້ອນຮັບຈາກ ທ່ານ ດຣ. ສິນໄຊ ປະວິນປ້ອງປັດ (Managing Director, KAMC), ທ່ານ ນາງ ວາສິຕາ ກຽດເຣືອງສຸກ (Senior Vice President) ແລະ ທ່ານ ນາງ ອະນຸສະຣາ ເອື້ອສຸດກິດ (Vice President) ພ້ອມດ້ວຍຄະນະ. ເຊິ່ງ ທ່ານ ດຣ. ສິນໄຊ ປະວິນປ້ອງປັດ ໄດ້ບັນຍາຍໃຫ້ເຫັນເຖິງປະຫວັດຄວາມເປັນມາຂອງການສ້າງຕັ້ງ ບໍລິສັດ ບໍລິຫານສິນຊັບກຸງສີອະຍຸດທະຍາ (KAMC), ພາບລວມ, ໂຄງຮ່າງການຈັດຕັ້ງ, ການດຳເນີນງານ ແລະ ລະບຽບການຕ່າງໆຂອງ KAMC. ນອກຈາກນີ້, ຍັງໄດ້ລົງເລິກບັນຍາຍເຖິງການບໍລິຫານຈັດການໜີ້ NPLs ແລະ NPAs ຂອງ KAMC ອີກດ້ວຍ.
![]() | ![]() |
![]() | ![]() | ![]() |
ຂ່າວ-ພາບ:
ທ່ານ ນາງ ມາລີນ້າ ພູນສະຫວັດ
ທ່ານ ນາງ ແມັກຊີ ໂຄດປັນຍາ
ທ່ານ ນາງ ອິກ ຄຳມະນີໂຄດ




