ໃນວັນທີ 12 – 13 ກຸມພາ 2024 ຝຶກອົບຮົມແລະຖອດຖອນບົດຮຽນ ທີ່ ທະນາຄານກຸງເທບສຳນັກງານໃຫຍ່

ໃນລະຫວ່າງວັນທີ 12 – 15 ກຸມພາ 2024, ບລໜຊ ນຳພາໂດຍ ທ່ານ ນ. ທິບພະວັນ ຈັນທະຜາສຸກ ຜູ້ອຳນວຍການ ບລໜຊ ພ້ອມດ້ວຍພະແນກກ່ຽວຂ້ອງຂອງ ບລໜຊ, ຕາງໜ້າຈາກກົມປະຕິຮູບລັດວິສາຫະກິດ ແລະ ປະກັນໄພ, ກະຊວງການເງິນ ແລະ ກົມຄຸ້ມຄອງທະນາຄານທຸລະກິດ, ທະນາຄານແຫ່ງ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ແລະ ຖອດຖອນບົດຮຽນ ຮ່ວມກັບ 03 ທະນາຄານທຸລະກິດຂອງໄທ ຄື: ທະນາຄານກຸງເທບ ສຳນັກງານໃຫຍ່, ທະນາຄານກຸງສີອະຍຸດທະຍາ ສຳນັກງານໃຫຍ່ ແລະ ທະນາຄານກະສິກອນໄທ ສຳນັກງານໃຫຍ່.
- ໃນວັນທີ 12 – 13 ກຸມພາ 2024 ຝຶກອົບຮົມ ແລະ ຖອດຖອນບົດຮຽນ ທີ່ ທະນາຄານກຸງເທບ ສຳນັກງານໃຫຍ່ ໂດຍໄດ້ຮັບກຽດຕ້ອນຮັບຈາກ ທ່ານ ຈະເລີນລາບ ທໍາມານິຊານົນ (Executive Vice President), ທ່ານ ນາງ ສິຣິລັກ ຈະຕຸທິບສົມພົນ (Senior Vice President), ທ່ານ ສິດທິນັນ ແຍ້ມງາມເຫຼືອ (Senior Vice President) ແລະ ທ່ານ ນາງ ຣັດຊະນີ ສະຫງວນໂພໄຄ (Vice President) ພ້ອມດ້ວຍຄະນະ. ເຊິ່ງທາງຄະນະຜູ້ບໍລິຫານຂອງທະນາຄານກຸງເທບ ໄດ້ບັນຍາຍໃຫ້ເຫັນເຖິງການບໍລິຫານຈັດການໜີ້ດ້ອຍຄຸນນະພາບ, ການປັບປຸງໂຄງສ້າງໜີ້, ການວິເຄາະທາງການເງິນ, ແນວທາງບໍລິຫານຈັດການຊັບສິນລໍການຂາຍ ແລະ ລະບຽບການທີ່ກ່ຽວຂ້ອງກັບການບໍລິຫານໜີ້ດ້ອຍຄຸນນະພາບ.

![]() | ![]() | ![]() |
ຂ່າວ-ພາບ:
ທ່ານ ນາງ ມາລີນ້າ ພູນສະຫວັດ
ທ່ານ ນາງ ແມັກຊີ ໂຄດປັນຍາ
ທ່ານ ນາງ ອິກ ຄຳມະນີໂຄດ


