ກຳມະບານ ບລໜຊ ເຂົ້າຮ່ວມຂະບວນການບໍລິຈາກເລືອດນຳອົງການກາແດງລາວ

ໃນຕອນເຊົ້າຂອງວັນທີ 17 ມັງກອນ 2024 ບລໜຊ ນໍາໂດຍທ່ານ ປອ. ເວີນສະຫວັນ ສີວິໄຊ ຮອງຜູ້ອຳນວຍການ, ພ້ອມດ້ວຍພະນັກງານວິຊາການ ໄດ້ເຂົ້າຮ່ວມຂະບວນການບໍລິຈາກເລືອດເພື່ອນຳໃຊ້ເຂົ້າໃນການປິ່ນປົວຄົນເຈັບທີ່ຈຳເປັນ ຕ້ອງການເລືອດຊ່ວຍຊີວິດ ແລະ ເພື່ອຕອບສະໜອງເລືອດໃຫ້ພຽງພໍ, ປອດໄພ ແລະ ທັນເວລາ ໃຫ້ອົງການກາແດງລາວ. ຈຸດປະສົງຂອງຂະບວນການໃນຄັ້ງນີ້ ແມ່ນເພື່ອເປັນສ່ວນໜຶ່ງໃນການຊ່ວຍເຫຼືອສັງຄົມຕາມເງື່ອນໄຂຄວາມສະໝັກໃຈ.