ໃນໄລຍະຜ່ານມາ ສະພາບໜີ້ສິນດ້ອຍຄຸນນະພາບ ຫຼື ເອີ້ນວ່າໜີ້ທີ່ບໍ່ເກີດດອກອອກຜົນ ຂອງທະນາຄານທຸລະກິດເພີ່ມຂື້ນເລື້ອຍໆ, ລັດຖະບານກໍໄດ້ໃຫ້ຄວາມສໍາຄັນຕໍ່ກັບບັນຫາດັ່ງກ່າວ ຈຶ່ງໄດ້ແຕ່ງຕັ້ງຄະນະກໍາມະການເກັບກູ້ໜີ້ສິນບໍ່ເກີດດອກອອກຜົນຂອງທະນາຄານຂັ້ນລັດຖະບານຂຶ້ນ ຕາມດໍາລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 62/ນຍ ລົງວັນທີ 12 ພຶດສະພາ 2004 ແລະ ຄໍາສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 09/ນຍ, ລົງວັນທີ 12 ພຶດສະພາ 2004, ຄະນະດັ່ງກ່າວສ້າງຕັ້ງຂຶ້ນມາ ແລະ ໄດ້ທົດລອງຈັດຕັ້ງປະຕິບັດຢູ່ນະຄອນຫຼວງວຽງຈັນ ໃນໄລຍະໃດໜຶ່ງເຫັນວ່າສາມາດແກ້ໄຂໄດ້ດີພໍສົມຄວນ.
ເພື່ອສືບຕໍ່ແກ້ໄຂໜີ້ສິນບໍ່ເກີດດອກອອກຜົນ ນັບທັງໃນຜັງ ແລະ ນອກຜັງ ຕ້ອງມີນະໂຍບາຍ ແລະ ມາດຕະການທີ່ເໝາະສົມເພື່ອຍົກສູງຄຸນນະພາບໃນການແກ້ໄຂໜີ້ NPL ໃນທົ່ວລະບົບທະນາຄານໃຫ້ມີຄວາມເຂັ້ມແຂງ,  ມີປະສິດທິພາບ ແລະ ມີຄວາມຍືນຍົງໃນເງື່ອນໄຂການເຊື່ອມໂຍງເສດຖະກິດສາກົນ  ແນ່ໃສ່ປະກອບສ່ວນຢ່າງຕັ້ງໜ້າໃນການພັດທະນາເສດຖະກິດ-ສັງຄົມ ແລະ ລຶບລ້າງຄວາມທຸກຍາກຂອງປະຊາຊົນໃຫ້ບັນລຸຄາດໝາຍທີ່ກໍານົດໄວ້ ຄະນະສະພາບໍລິຫານທະນາຄານແຫ່ງ ສປປ ລາວ ໄດ້ປຶກສາຫາລື ແລະ ເປັນເອກະພາບໃນກອງປະຊຸມ ສະບັບລົງວັນທີ 01 ພຶດສະພາ 2007 ໂດຍການເຫັນດີເປັນເອກະພາບແຕ່ງຕັ້ງຄະນະຮັບຜິດຊອບຄົ້ນຄວ້າກະກຽມການສ້າງຕັ້ງອົງກອນເກັບກູ້ໜີ້ສິນຢູ່ ທະນາຄານແຫ່ງ ສປປ ລາວ, ຫຼັງຈາກນັ້ນຜູ້ວ່າການທະນາຄານແຫ່ງ ສປປ ລາວ  ໄດ້ອອກຂໍ້ຕົກລົງ ສະບັບເລກທີ 500/ທຫລ,  ລົງວັນທີ 27 ກໍລະກົດ 2007 ວ່າດ້ວຍແຕ່ງຕັ້ງຄະນະຮັບຜິດຊອບຄົ້ນຄວ້າກະກຽມການສ້າງຕັ້ງອົງກອນເກັບກູ້ໜີ້ສິນ ຢູ່ທະນາຄານແຫ່ງ ສປປ ລາວ, ມາຮອດວັນທີ 27 ມັງກອນ 2008 ຜູ້ວ່າການທະນາຄານແຫ່ງ ສປປ ລາວ ໄດ້ອອກຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບສ້າງຕັ້ງສູນບໍລິການເກັບຊື້ໜີ້ ແລະ ຮັບຝາກເກັບໜີ້ ສະບັບເລກທີ 27/ທຫລ, ລົງວັນທີ 14 ມັງກອນ 2008 ໂດຍຍົກລະດັບພະແນກນະໂຍບາຍສິນເຊື່ອ ແລະ ເກັບກູ້ໜີ້ສິນ ທີ່ຂື້ນກັບກົມຄຸ້ມຄອງທະນາຄານທຸລະກິດ ມາເປັນສູນບໍລິການເກັບຊື້ໜີ້ ແລະ ຮັບຝາກເກັບໜີ້, ເພື່ອເຮັດໃຫ້ການແກ້ໄຂໜີ້ຂອງບັນດາທະນາຄານທຸລະກິດ ແລະ ສະຖາບັນການເງິນໃຫ້ມີສະພາບຄ່ອງທາງດ້ານການເງິນ ແລະ ສາມາດດໍາເນີນທຸລະກິດຂອງຕົນໄດ້ຢ່າງເຕັມສ່ວນ. ສະນັ້ນ, ຄະນະພັກທະນາຄານແຫ່ງ ສປປ ລາວ ກໍ່ຄື ຜູ້ວ່າການທະນາຄານແຫ່ງ ສປປ ລາວ ໄດ້ອອກຂໍ້ຕົກລົງສ້າງຕັ້ງ ”ສູນບໍລິການເກັບຊື້ໜີ້ ແລະ ຮັບຝາກເກັບໜີ້’’ (ຫລື ສາ​ກົນ ເອີ້ນ​ວ່າ Asset Management Center ຫຼື ເວົ້າ​ຫຍໍ້​ແມ່ນ AMC) ຕາມຂໍ້ຕົກລົງສະບັບເລກທີ 169/ທຫລ, ລົງວັນທີ 13 ມີນາ 2008 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງສູນບໍລິການເກັບຊື້ໜີ້ ແລະ ຮັບຝາກເກັບໜີ້ ທະນາຄານແຫ່ງ ສປປ ລາວ ແລະ ໄດ້ຈັດພິທີເປີດການໃຫ້ບໍລິການເກັບຊື້ໜີ້ ແລະ ຮັບຝາກເກັບໜີ້ ຂຶ້ນເປັນທາງການ ໃນວັນທີ 05 ພະຈິກ 2008  ໂດຍເປັນຫົວໜ່ວຍໜຶ່ງທີ່ຂຶ້ນກັບທະນາຄານແຫ່ງ ສປປ ລາວ ມີຖານະທຽບເທົ່າກົມ ແລະ ຢູ່ພາຍໃຕ້ການຊີ້ນໍາ-ນໍາພາໂດຍກົງຂອງຄະນະຜູ້ວ່າການ ທະນາຄານແຫ່ງ ສປປ ລາວ ມີພາລະບົດບາດເປັນເສນາທິການໃຫ້ແກ່ຄະນະຜູ້ວ່າການ ໃນການດໍາເນີນການບໍລິການເກັບຊື້ໜີ້ ແລະ ຮັບຝາກເກັບໜີ້ທີ່ບໍ່ເກີດດອກອອກຜົນຂອງທະນາຄານທຸລະກິດ ແລະ ສະຖາບັນການເງິນ ທີ່ຢູ່ພາຍໃຕ້ການຄຸ້ມຄອງຂອງທະນາຄານແຫ່ງ ສປປ ລາວ ແລະ ວິສາຫະກິດອື່ນ ຕາມກົນໄກເສດຖະກິດຕະຫຼາດບົນພື້ນຖານການຕົກລົງຂອງຄູ່ສັນຍາ.