ການສໍາມະນາ ແລະ ເຝິກອົບຮົມຖອດ​ຖອນ​ບົດ​ຮຽນ

ການສໍາມະນາ ແລະ ເຝິກອົບຮົມຖອດຖອນບົດຮຽນ

ການບໍລິຫານໜີ້ ແລະ ຊັບສິນລໍຖ້າຂາຍ ຂອງລັດລະດັບສາກົນ (IPAF)

ຄັ້ງທີ 9 ທີ່ສາທາລະນະລັດປະຊາຊົນຈີນ

ໃນ​ລະ​ຫວ່າ​ງວັນ​ທີ 13 – 14 ພຶດ​ສະ​ພາ 2025, ບລໜຊ ໄດ້ເຂົ້າຮ່ວມສໍາມະນາ ແລະ ເຝິກອົບຮົມຖອດ​ຖອນ​ບົດ​ຮຽນລະດັບນານາຊາດ (IPAF) ຄັ້ງທີ 9 ທີ່ເມືອງ Hangzhou ປະເທດ ສ.ປ ຈີນ, ໂດຍມີທ່ານ ນາງ ມາລີນ້າ ພູນສະຫວັນ ວ່າການຫົວໜ້າພະແນກການຕະຫຼາດ ແລະ ບໍລິຫານທຶນ ເຂົ້າຮ່ວມ.

          ການສໍາມະນາ ແລະ ຝຶກອົບຮົມໃນຄັ້ງນີ້ ຈັດຂຶ້ນໂດຍ Asian Development Bank (ADB), Zhejiang International Business Group (ZIB) ແລະ Zhejiang Zheshang Asset Management Company (ZSAMC) ຈຸດປະສົງແມ່ນ ເພື່ອສົ່ງເສີມຄວາມຮ່ວມມືລະດັບພາກພື້ນ ແລະ ພັດທະນາຄວາມຮູ້ ຄວາມສາມາດ ດ້ານການບໍລິຫານຈັດການໜີ້ເສຍ (NPL).

          ຫົວຂໍ້ຫຼັກຂອງການສໍາມະນາປະກອບດ້ວຍ:

  • ກົນລະຍຸດການລົງທຶນໃນຕະຫຼາດໜີ້ເສຍ (NPL) ຂ້າມເຂດແດນ
  • ບົດຮຽນຈາກຕະຫຼາດເອີຣົບ
  • ແນວທາງການບໍລິຫານຈັດການໜີ້ເສຍ (NPL) ສ່ວນບຸກຄົນ
  • ບົດບາດຂອງ AI ແລະ Fintech ໃນການຈັດການໜີ້ເສຍ (NPL)

ນອກຈາກນີ້, ບົດລາຍງານ ໃນຫົວຂໍ້ “ NPL Watch Asia ” ຍັງຖືກນໍາສະເໜີໃນເວທີປາໄສ ເພື່ອໃຫ້ມີຄວາມເຂົ້າໃຈ ກ່ຽວກັບທ່າອ່ຽງການບໍລິຫານຊັບສິນທີ່ມີຄວາມຫຍຸ້ງຍາກຫຼາຍຂຶ້ນ ແລະ ໃນການສໍາມະນາ ກໍໄດ້ມີກິດຈະກໍາ ໃຫ້ໄດ້ແລກປ່ຽນແນວຄວາມຄິດກັບອົງກອນພັນທະມິດຈາກຫຼາຍໆປະເທດ ເພື່ອເສີມສ້າງຄວາມຮ່ວມມື ແລະ ແບ່ງປັນປະສົບການທີ່ເປັນປະໂຫຍດຮ່ວມກັນ.

ການເຂົ້າຮ່ວມສໍາມະນາໃນຄັ້ງນີ້ນັບເປັນອີກໜຶ່ງບາດກ້າວທີ່ສໍາຄັນຂອງ ບລໜຊ ໃນການເສີມສ້າງຄວາມອາດສາມາດ ພັດທະນາຄວາມຮ່ວມມືລະດັບພາກພື້ນ ແລະ ມີສ່ວນຊ່ວຍໃນການຮັກສາສະຖຽນລະພາບທາງເສດຖະກິດຂອງ ສປປ ລາວ.

ຂຽນຂ່າວໂດຍ: ສາຍລົມແຫ່ງຍຸກສະໄໝ

ພາບ: ທ່ານ ນ ມາລິນ້າ ພູນສະຫວັນ

Leave A Reply

Your email address will not be published.