ການບັນຍາຍເຜີຍແຜ່ຄວາມຮູ້ວຽກງານສ່ວຍສາອາກອນ ໃຫ້ແກ່ພະນັກງານພາຍໃນບໍລິສັດລັດ ບໍລິຫານໜີ້ ແລະ ຊັບສິນ ຈໍາກັດຜູ້ດຽວ, ຄັ້ງວັນທີ 18 ມິຖຸນາ 2025

ໃນຕອນເຊົ້າຂອງ ວັນທີ 18 ມິຖຸນາ 2025 ຢູ່ທີ່ ຫ້ອງປະຊຸມຊັນ 5 ບລໜຊ ໄດ້ຈັດກອງປະຊຸມສໍາມະນາວຽກງານສ່ວຍສາອາກອນ ຂຶ້ນ ເພື່ອເປັນການໃຫ້ຄວາມຮູ້-ຄວາມເຂົ້າໃຈ ແລະ ແລກປ່ຽນບົດຮຽນກ່ຽວກັບວຽກງານສ່ວຍສາອາກອນໃຫ້ກັບພະນັກງານ ບລໜຊ ໂດຍໃຫ້ກຽດເຂົ້າຮ່ວມ ແລະ ໃຫ້ຄວາມຮູ້ໂດຍ ທ່ານ ສົມພອນ ພິມມະສອນ ຮອງຫົວໜ້າພະແນກ ກວດກາໄລ່ລຽງອາກອນ ກົມສ່ວຍສາອາກອນ ກະຊວງການເງິນ ພ້ອມດ້ວຍຄະນະ, ມີພະນັກງານ ບລໜຊ ເຂົ້າຮ່ວມທັງໝົດ 45 ທ່ານ. ນັກວິທະຍາກອນ ໄດ້ຖ່າຍທອດຄວາມຮູ້ພື້ນຖານດ້ານສ່ວຍສາອາກອນ ແລະ ບັນດານິຕິກໍາທີ່ສໍາຄັນ, ພ້ອມນັ້ນຍັງໄດ້ຍົກໃຫ້ເຫັນຂັ້ນຕອນ-ວິທີການ ແລະ ການຈັດຕັ້ງປະຕິບັດວຽກງານສ່ວຍສາອາກອນ ໂດຍສະເພາະ ອາກອນລາຍໄດ້ ແລະ ອາກອນເງິນເດືອນ.
ການສໍາມະນາໃນຄັ້ງນີ້ ດຳເນີນໄປດ້ວຍບັນຍາກາດທີ່ຟົດຟື້ນ ແລະ ໄດ້ຮັບຄວາມສົນໃຈຈາກພະນັກງານເປັນຈໍານວນຫຼາຍເນື່ອງຈາກເປັນພັນທະທີ່ປະຊາຊົນຄົນລາວຈະຕ້ອງໄດ້ປະຕິບັດຕາມກົດໝາຍ ຕາມຄໍາຂວັນ: ປະຕິບັດພັນທະອາກອນ ແມ່ນຮັກຊາດ. ໃນຕອນທ້າຍ ທ່ານ ສົມພອນ ພິມມະສອນ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ ການຈັດຕັ້ງ ບລໜຊ ກໍ່ຄື ພະນັກງານທັງໝົດ ທີ່ໄດ້ເປັນເຈົ້າການປະຕິບັດພັນທະໃຫ້ລັດ ກໍ່ຄືການປະຕິບັດພັນທະອາກອນໄດ້ຢ່າງຄົບຖ້ວນ ແລະ ຖືກຕ້ອງຕາມກົດໝາຍ.
ການສໍາມະນາໃຫ້ຄວາມຮູ້ໃນຄັ້ງນີ້ ເປັນອີກໜຶ່ງໃນການໃຫ້ຮ່ວມມືຂອງ ບລໜຊ ທີ່ສະທ້ອນໃຫ້ເຫັນເຖິງຄວາມຕັ້ງໃຈໃນການດໍາເນີນທຸລະກິດຢ່າງໂປງໃສ ສອດຄ່ອງກັບລະບຽບກົດໝາຍ ດັ່ງຄໍາຂວັນຂອງບໍລິສັດທີ່ວ່າ: “ບໍລິຫານດ້ວຍໃຈ ໂປ່ງໃສ ແລະ ມີວິໄນ” ແລະ ພ້ອມຕໍ່ການພັດທະນາຢ່າງຢືນຍົງ.
ພາບ ແລະ ຂຽນຂ່າວໂດຍ: LLE