ກິລາມິດຕະພາບ ລະຫວ່າງ ບລໜຊ ແລະ ທສກ ຈໍາກັດ

ບໍລິສັດລັດ ບໍລິຫານໜີ້ ແລະ ຊັບສິນ ຈໍາກັດຜູ້ດຽວ (ບລໜຊ) ໄດ້ສ້າງຂະບວນກິລາບານ ເຕະມິດຕະພາບ ກັບ ທະນາຄານສົ່ງເສີມກະສິກໍາລາວ ຈໍາກັດ ໃນຕອນແລງຂອງວັນທີ 02 ພຶດສະພາ 2025 ທີ່ເດີ່ນກິລາ ຊ້າງ (ຮົ່ມໄຊ) ເພື່ອສ້າງຂະບວນການຊົມເຊີຍວັນກໍາມະກອນສາກົນ ຄົບຮອບ 139 ປີ ແລະ ຕ້ອນຮັບກອງປະຊຸມໃຫຍ່ຄັ້ງທີ 3 ຂອງໜ່ວຍພັກຂອງ ບລໜຊ, ນຳພາໂດຍທ່ານ ນ ທິບພະວັນ ຈັນທະຜາສຸກ ຜູ້ອໍານວຍການ ບລໜຊ ແລະ ທ່ານ ໜູໄຊ ພູມສຸວັນ ຮອງຜູ້ອໍານວຍການ ທສກ, ພ້ອມນີ້ ຍັງມີຮອງຜູ້ອໍານວຍການ, ຄະນະພະແນກ, ພະນັກງານຂອງ ບລໜຊ ແລະ ທສກ ເຂົ້າຮ່ວມຢ່າງພ້ອມພຽງ.  ຂະບວນການກິລາຄັ້ງນີ້ ມີຄວາມຟົດຟື້ນ, ມ່ວນຊື່ນ, ທັງເປັນການຮັດແໜ້ນຄວາມສາມັກຄີ ແລະ ເປັນການສ້າງພາລະນາໄມທີ່ສົມບູນ ໃຫ້ແກ່ພະນັກງານທັງສອງຝ່າຍ ເພື່ອສືບຕໍ່ປະຕິບັດໜ້າທີ່ວຽກງານທີ່ການຈັດຕັ້ງມອບໝາຍໃຫ້ ດ້ວຍຜົນສໍາເລັດທີ່ຈົບງາມ.

  • ຂ່າວ: ວັນວິໄລ ມະນີພອນ
  • ພາບ: ແພວນະພາ ຫຼວງສີວິໄລ
Leave A Reply

Your email address will not be published.