ແຂ່ງຂັນກິລາເປຕັງ ເພື່ອຊິງຂັນ ຜູ້ອໍານວຍການ

ເພື່ອສ້າງຂະບວນການສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນກໍາມະບານລາວ ຄົບຮອບ 69 ປີ, ຕ້ອນຮັບວັນແມ່ຍິງສາກົນຄົບຮອບ 115 ປີ ແລະ ຕ້ອນຮັບກອງປະຊຸມໃຫຍ່ ຄັ້ງທີ 3 ຂອງໜ່ວຍພັກ ບລໜຊ, ສະມາຊິກ ສາມອົງການຈັດຕັ້ງມະຫາຊົນ ບໍລິສັດລັດ ບໍລິຫານໜີ້ ແລະ ຊັບສິນ ຈໍາກັດຜູ້ດຽວ (ບລໜຊ) ໄດ້ຈັດຂະບວນການແຂ່ງຂັນກິລາເປຕັງມິດຕະພາບ ແລະ ກິລາ ມວນຊົນ ຊີງຂັນ ທ່ານ ຜູ້ອໍານວຍການ ບລໜຊ ໃນຕອນແລງຂອງວັນທີ 07 ກຸມພາ 2025 ທີ່ເດີ່ນກິລາກົມພາລາ ນຳພາໂດຍທ່ານ ນ ທິບພະວັນ ຈັນທະຜາສຸກ ຜູ້ອໍານວຍການ ບລໜຊ, ຮອງຜູ້ອໍານວຍການ ບລໜຊ, ພ້ອມດ້ວຍຄະນະພະແນກ, ພະນັກງານ ບລໜຊ ທັງໝົດ. ຂະບວນການກິລາຄັ້ງນີ້ ເຕັມໄປດ້ວຍຄວາມຟົດຟື້ນ, ມ່ວນຊື່ນ, ທັງເປັນການຮັດແໜ້ນຄວາມສາມັກຄີ ແລະ ເປັນການສ້າງພາລະນາໄມທີ່ສົມບູນ ທາງຮ່າງກາຍ ແລະ ຈິດໃຈ ໃຫ້ແກ່ພະນັກງານ ບລໜຊ ເພື່ອສືບຕໍ່ປະຕິບັດໜ້າທີ່ວຽກງານທີ່ການຈັດຕັ້ງມອບໝາຍໃຫ້ ດ້ວຍຜົນສໍາເລັດ ທີ່ຈົບງາມ.
- ຂ່າວ: ວັນວິໄລ ມະນີພອນ
- ພາບ: ບລໜຊ