ບໍລິສັດລັດ ບໍລິຫານໜີ້ ແລະ ຊັບສີນ ຈຳກັດຜູ້ດຽວ (ບລໜຊ) ເຂົ້າຮ່ວມອວຍພອນພາກສ່ວນຕ່າງໆເນື່ອງໃນໂອກາດສົ່ງທ້າຍປີເກົ່າ ຄສ 2024 ແລະ ຕ້ອນຮັບປີໃໝ່ ຄສ 2025

ເນື່ອງໃນໂອກາດສົ່ງທ້າຍປີເກົ່າ ຄສ 2024 ແລະ ຕ້ອນຮັບປີໃໝ່ ຄສ 2025 ບລໜຊ ໄດ້ເຂົ້າພົບປະ ແລະ ອວຍ ພອນຄະນະຜູ້ວ່າການ, ຄະນະສະພາບໍລິຫານ ແລະ ພາກສ່ວນຕ່າງໆຂອງກະຊວງການເງິນ ແລະ ທະນາຄານແຫ່ງ ສປປລາວ ເພື່ອສະ ແດງຄວາມຮູ້ບຸນຄຸນ ທີ່ໄດ້ເອົາໃຈໃສ່ ໃນການຊີ້ນໍາ-ນໍາພາ, ໃຫ້ຄວາມສະດວກ ແລະ ໃຫ້ການຊ່ວຍເຫຼືອ ໃນການປະຕິບັດໜ້າທີ່ວຽກງານ ເຮັດໃຫ້ ບລໜຊ ມີຜົນດຳເນີນງານທີ່ດີ ແລະ ມີກຳໄລເກີນແຜນການ. ການໄປອວຍພອນ ແລະ ພົບປະໃນໂອກາດນີ້ ແມ່ນມີີຄວາມໝາຍ-ຄວາມສໍາຄັນ ເນື່ອງຈາກ ບລໜຊ ໄດ້ມີການລາຍງານ ສະພາບການເຄື່ອນໄຫວວຽກງານ, ໄດ້ປຶກສາຫາລືແລກປ່ຽນຄໍາເຫັນ ແລະ ທັງໄດ້ຂໍທິດຊີ້ນໍາໃນການປະຕິບັດວຽກງານຕ່າງໆ, ຊື່ງ ຄະນະຜູ້ວ່າການ, ຄະນະສະພາບໍລິຫານ ກໍ່ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ໄດ້ໃຫ້ທິດຊີ້ນໍາ ທີ່ເປັນເຂັມທິດເຍືອງທາງ ແລະ ເປັນປະໂຫຍດ ຕໍ່ ບລໜຊ ໃນການປະຕິບັດໜ້າທີ່ຂອງຕົນ ໃນການແກ້ໄຂໜີ້ເສຍຂອງສະຖາບັນການເງິນ ໃນປັດຈຸບັນ ແລະ ອານາຄົດ. ພ້ອມກັນນັ້ນ ກໍ່ໄດ້ຝາກຄວາມຢື້ຢາມຖາມຂ່າວ ແລະ ຄໍາອວຍພອນອັນອົບອຸ່ນມາຍັງພະນັກງານ ບລໜຊ ທັງໝົດ.

ຂ່າວ: ວັນວິໄລ ມະນີພອນ

ພາບ: ບລໜຊ

Leave A Reply

Your email address will not be published.