ບລໜຊ ສ້າງຂະບວນການທັດສະນະສຶກສາ ຢ້ຽມຊົມຫໍພິພິທະພັນສິລະປະລາວ

ໃນວັນທີ 07 ມີນາ 2025 ຄະນະອໍານວຍການ, ຄະນະພະແນກ ແລະ ພະນັກງານວິຊາການ ບໍລິສັດລັດ ບໍລິຫານໜີ້ ແລະ ຊັບສີນ ຈຳກັດຜູ້ດຽວ (ບລໜຊ) ໄດ້ໄປທັດສະນະສຶກສາຢ້ຽມຊົມຫໍພິພິທະພັນສິລະປະລາວ ເນື່ອງໃນໂອກາດວັນແມ່ຍິງສາກົນວັນທີ 8 ມີນາ 2025 ຄົບຮອບ 115 ປີ, ພ້ອມທັງເປັນການສ້າງຂະບວນການຕ້ອນຮັບກອງປະຊຸມໃຫຍ່ ຄັ້ງທີ III ຂອງໜ່ວຍພັກ ບລໜຊ ທີ່ຈະໄຂຂື້ນໃນມໍ່ໆນີ້.
ການທັດສະນະສຶກສາໃນຄັ້ງນີ້ ເປັນການໄປຖອດຖອນບົດຮຽນ ແລະ ເກັບກໍາຂໍ້ມູນຈາກການປະຕິບັດຕົວຈິງ ຂອງທຸລະກິດລາວ ທີ່ມີຫົວຄິດປະດິດສ້າງ ໃນການຫັນເອົາຕໍໄມ້ ຫຼື ໄມ້ທີ່ບໍ່ໄດ້ນໍາໃຊ້ ມາຄວັດ ແລະ ແກະສະຫລັກລາຍຕ່າງໆ ຢ່າງມີສິນລະປະທີ່ງົດງາມ ແລະ ປານີດທີ່ສຸດ ສາມາດດຶງດູດນັກທ່ອງທ່ຽວຈາກພາຍໃນ ແລະ ຕ່າງປະເທດ ເປັນຈໍານວນຫຼວງຫຼາຍ. ຜ່ານການໄປຖອດຖອນບົດຮຽນ ພະນັກງານ ບລໜຊ ເຫັນໄດ້ຄວາມໝາຍ, ຄວາມສໍາຄັນ, ຄວາມງົດງາມຂອງສິລະປະລາວ ສາມາດສ້າງຄວາມເພີດເພີນ, ສ້າງຄວາມສາມັກຄີພາຍໃນ ແລະ ມີຄວາມເບີກບານມ່ວນຊື່ນ ເພື່ອສືບຕໍ່ປະຕິບັດໜ້າທີ່ການເມືອງ ໃຫ້ໄດ້ຮັບຜົນສໍາເລັດ ຕາມລະດັບຄາດໝາຍ ທີ່ຂັ້ນເທິງມອບໝາຍໃຫ້ຢ່າງຈົບງາມ.
- ຂ່າວ: ວັນວິໄລ ມະນີພອນ
- ພາບ: ບລໜຊ