ບລໜຊ ຈັດພິທີສົ່ງທ້າຍປີເກົ່າ ພສ 2567 ແລະ ຕ້ອນຮັບປີໃໝ່ລາວ ພສ 2568

ເນື່ອງໃນໂອກາດສົ່ງທ້າຍປີເກົ່າ ແລະ ຕ້ອນຮັບປີໃໝ່ລາວ, ໃນຕອນເຊົ້າຂອງວັນທີ 08 ເມສາ 2025 ຢູ່ທີ່ສໍານັກງານຫ້ອງການ ບລໜຊ ໄດ້ຈັດພິທີສູດມົງຄຸນ, ໃສ່ບາດ ຖວາຍສັງຄະທານແດ່ພະສົງ 09 ອົງ ໂດຍການເຂົ້່າຮ່ວມຂອງຄະນະສະພາບໍລິຫານ, ຄະນະອໍານວຍການ, ຄະນະພະແນກ ແລະ ພະນັກງານວິຊາການ ບໍລິສັດລັດ ບໍລິຫານໜີ້ ແລະ ຊັບສີນ ຈຳກັດຜູ້ດຽວ ແລະ ບັນດາແຂກທີ່ມີກຽດຈາກ ທະນາຄານແຫ່ງ ສປປ ລາວ, ກະຊວງການເງິນ ແລະ ນັກທຸລະກິດ. ພ້ອມກັນນັ້ນ ກໍ່ມີພິທີບາສີສູ່ຂວັນ ເພື່ອອວຍພອນປີໃໝ່ເຊີ່ງກັນ ແລະ ກັນ ຕາມຮີດຄອງປະເພນີ ດ້ວຍບັນຍາກາດທີ່ເບີກບານມ່ວນຊື່ນ.
ພິທີດັ່ງກ່າວໄດ້ດໍາເນີນໄປດ້ວຍບັນຍາກາດອັນຈົບງາມ ຕາມຮີດຄອງປະເພນີລາວ ແລະ ຮັກສາໄວ້ ເຊິ່ງວັດທະນະທໍາອັນດີງາມຂອງຊາດລາວ ເຊິ່ງສະແດງໃຫ້ເຫັນເຖິງຄວາມເອົາໃຈໃສ່ ຂອງຄະນະສະພາບໍລິຫານ, ຄະນະອໍານວຍການ ໃນການນໍາພາພະນັກງານ ປະຕິບັດວຽກງານດ້ວຍຜົນສໍາເລັດ ແລະ ຄຽງຄູ່ກັນນັ້ນ ຍັງຮັກສາໄວ້ ຮີດຄອງປະເພນີລາວ ແລະ ເຕົ້້າໂຮມຄວາມສາມັກຄີ ຮັກແພງ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ.
- ຂ່າວ: ວັນວິໄລ ມະນີພອນ
ພາບ: ບລໜຊ