ກອງປະຊຸມສະພາບໍລິຫານ ບລໜຊ ສະໄໝສາມັນ ຄັ້ງທີ 1 ປີ 2025 ໄດ້ສໍາເລັດ ຢ່າງຈົບງາມ

ໃນວັນທີ 28 ມີນາ 2025 ບໍລິສັດລັດ ບໍລິຫານໜີ້ ແລະ ຊັບສິນ ຈໍາກັດ ຜູ້ດຽວ ໄດ້ຈັດກອງປະຊຸມສະພາບໍລິຫານ ສະໄໝສາມັນ ຄັ້ງທີ 1 ປະຈໍາປີ 2025 ຂອງຕົນຂື້ນ ຢູ່ນະຄອນຫຼວງພະບາງ ແຂວງຫຼວງພະບາງ ເພື່ອສະຫລຸບລາຍງານການເຄື່ອນໄຫວວຽກງານຕາມແຜນການທີ່ສະພາຮັບຮອງ ປະຈໍາປີ 2024, ການປະເມີນຜົນພະນັກງານປີ 2024, ຜ່ານຮ່າງແຜນການປີ 2025, ແຜນງານ-ໂຄງການປີ 2025 ຫາ 2030, ຜ່ານຮ່າງນິຕິກໍາ ຈໍານວນ 3 ສະບັບ ແລະ ຫົວຂໍ້ອື່ນໆ ຈໍານວນໜື່ງ. ກອງປະຊຸມ ໄດ້ຮັບກຽດເປັນປະທານຂອງທ່ານ ອາລຸນ ບຸນຍົງ ຮອງຜູ້ວ່າການ ທຫລ, ປະທານສະພາບໍລິຫານ ບລໜຊ ໂດຍມີຄະນະສະພາບໍລິຫານ, ຄະນະອໍານວຍການ, ຄະນະພະແນກ ແລະ ກອງເລຂາສະພາບໍລິຫານເຂົ້າຮ່ວມ. ກອງປະຊຸມໄດ້ຄົ້ນຄວ້າປະກອບຄໍາເຫັນ ແລະ ຮັບຮອງເອົາຫຼາຍເອກະສານທີ່ສໍາຄັນ ເພື່ອເປັນບ່ອນອີງໃນການປະຕິບັດວຽກງານໃນຕໍ່ໜ້າ. ກອງປະຊຸມສະພາບໍລິຫານ ໄດ້ດຳເນີນໄປເປັນເວລາ 1 ມື້ເຕັມ ດ້ວຍບັນຍາກາດທີ່ຟົດຟື້ນ, ປະທານກອງປະຊຸມ ພ້ອມດ້ວຍຄະນະສະພາບໍລິຫານ ແລະ ແຂກທີ່ເຂົ້່າຮ່ວມ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສໍາເລັດໃນການປະຕິບັດວຽກງານ 1 ປີຜ່ານມາ ທີ່ເກັບກູ້ໜີ້ ແລະ ມີກໍາໄລເກີນແຜນການທີ່ວາງໄວ້, ຊຶ່ງປະທານສະພາບໍລິຫານ ກໍ່ເນັ້ນໜັກໃຫ້ ບລໜຊ ສືບຕໍ່ປະຕິບັດຕາມທິດທາງແຜນການ ປີ 2025 ທີ່ສະພາບໍລິຫານຮັບຮອງໃຫ້ສໍາເລັດ ແລະ ມີປະສິດທີຜົນສູງ.
ຂ່າວ-ພາບ: ບລໜຊ