ກິລາມິດຕະພາບ ລະຫວ່າງ ບລໜຊ ແລະ  ກົມຄຸ້ມຄອງການປະຕິບັດຄໍາຕັດສິນຂອງສານ ກະຊວງຍຸຕິທໍາ

ບໍລິສັດລັດ ບໍລິຫານໜີ້ ແລະ ຊັບສິນ ຈໍາກັດຜູ້ດຽວ (ບລໜຊ) ໄດ້ສ້າງຂະບວນກິລາບານ ເຕະມິດຕະພາບ ກັບກົມຄຸ້ມຄອງການປະຕິບັດຄໍາຕັດສິນຂອງສານ ກະຊວງຍຸຕິທໍາ ໃນຕອນແລງຂອງວັນທີ 06 ກັນຍາ 2024 ທີ່ເດີ່ນກິລາຮົ່ມໄຊ ເພື່ອສ້າງຂະບວນການຕ້ອນຮັບ ກອງປະຊຸມໃຫຍ່ຄັ້ງທີ 3 ຂອງໜ່ວຍພັກຂອງ ບລໜຊ ແລະ ກອງປະຊຸມໃຫຍ່ຂອງໜ່ວຍພັກກົມຄຸ້ມຄອງການປະຕິບັດຄໍາຕັດສິນຂອງສານ, ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ສີວິໄລ ທະວີສິນ ຮອງຫົວໜ້າກົມຄຸ້ມຄອງການປະຕິບັດຄໍາຕັດສິນຂອງສານ ແລະ ນຳພາໂດຍທ່ານ ນ ທິບພະວັນ ຈັນທະຜາສຸກ ຜູ້ອໍານວຍການ ບລໜຊ. ພ້ອມນີ້, ຍັງມີຮອງຜູ້ອໍານວຍການ ບລໜຊ, ຄະນະພະແນກ, ພະນັກງານ ບລໜຊ, ກົມຄຸ້ມຄອງການປະຕິບັດຄໍາຕັດສິນຂອງສານ ແລະ ແຂກຮັບເຊີນຈໍານວນໜຶ່ງເຂົ້າຮ່ວມຢ່າງພ້ອມພຽງ. ໃນໂອກາດພົບປະກັນຄັ້ງນີ້ ກົມຄຸ້ມຄອງການປະຕິບັດຄໍາຕັດສິນຂອງສານ ຍັງໄດ້ມອບປຶ້ມກົດໝາຍ ທີ່ຕິດພັນກັບການແກ້ໄຂໜີ້ຕາມຂະບວນການຍຸຕິທໍາໃຫ້ພະນັກງານ ບລໜຊ ຄົ້ນຄວ້າ ແລະ ເປັນເຄື່ອງມືນໍາໃຊ້ໃນວຽກງານໃຫ້ເກີດຜົນປະໂຫຍດສູງສຸດ. ການສ້າງຂະບວນການກິລາຄັ້ງນີ້ ມີຄວາມຟົດຟື້ນ, ມ່ວນຊື່ນ, ທັງເປັນການຮັດແໜ້ນຄວາມສາມັກຄີ ແລະ ເປັນການສ້າງພາລະນາໄມທີ່ສົມບູນ ໃຫ້ແກ່ພະນັກງານທັງສອງຝ່າຍ ເພື່ອສືບຕໍ່ປະຕິບັດໜ້າທີ່ວຽກງານທີ່ການຈັດ​​​ຕັ້ງມອບໝາຍໃຫ້ ດ້ວຍຜົນສໍາເລັດທີ່ຈົບງາມ.

  • ຂ່າວ: ວັນວິໄລ ມະນີພອນ
  • ພາບ: ແພວນະພາ ຫຼວງສີວິໄລ
Leave A Reply

Your email address will not be published.