ກອງປະຊຸມສຸດຍອດ ແລະ ກອງປະຊຸມສາກົນ ຂອງ IPAF ຄັ້ງທີ 8

ໃນວັນທີ 12 ຫາ 13 ກັນຍາ 2024 ທີ່ຜ່ານມາ ທ່ານ ນ. ທິບພະວັນ ຈັນທະຜາສຸກ ຜູ້ອໍານວຍການ ບໍລິສັດລັດບໍລິຫານໜີ້ ແລະ ຊັບສິນຈໍາກັດຜູ້ດຽວ ແລະ ທ່ານ ຄໍາພຸດ ເພັດສຸວັນ ວ່າການຫົວຫນ້າພະແນກ ກົມຄຸ້ມຄອງທະນາຄານທຸລະກິດ ທະນາຄານ ແຫ່ງ ສປປ ລາວ ໄດ້ເດີນທາງໄປເຂົ້າຮ່ວມກອງປະຊຸມສຸດຍອດ ແລະ ກອງປະຊຸມສາກົນ ຄັ້ງທີ 8 ຂອງ IPAF ຢູ່ ຫາງໂຈ ສປ ຈີນ, ຊຶ່ງມີຕົວແທນຈາກອົງການຈັດຕັ້ງສາກົນ, ສະຖາບັນຄົ້ນຄວ້າ, ສະມາຄົມນັກທຸລະກິດ, ພະນັກງານຈາກພາກລັດ ຂອງບັນດາປະເທດສະມາຊິກຂອງ ADB, ບໍລິສັດບໍລິຫານຊັບສິນສາທາລະນະ AMCs ແລະ ບໍລິສັດປະກັນໄພເງິນຝາກ ເຂົ້າຮ່ວມ. ກອງປະຊຸມຄັ້ງນີ້ ໄດ້ຈັດຂື້ນໂດຍ ທະນາຄານພັດທະນາອາຊີ (ADB) ຮ່ວມກັບ ບໍລິສັດ Zhejiang International Business Group Co., Ltd. (ZIB) ແລະ ບໍລິສັດ Zhejiang Zheshang Asset Management Co., Ltd. (ZSAMC) ໃນຫົວຂໍ້ “ຍຸກໃໝ່, ຮູບແບບໃໝ່, ເປົ້າໝາຍໃໝ່, ການປະສົມປະສານວຽກງານສະຖຽນລະພາບ ແລະ ຄວາມປອດໄພທາງດ້ານການເງິນ ໃນຂົງເຂດອາຊີ”. ຈຸດປະສົງ ແລະ ເປົ້າໝາຍຂອງກອງປະຊຸມແມ່ນເພື່ອສໍາຫຼວດສະພາບແວດລ້ອມ ດ້ານຄວາມປອດໄພ ແລະ ສະຖຽນລະພາບທາງດ້ານການເງິນ ທີ່ກຳລັງພັດທະນາ ໃນອາຊຽນ, ລວມເຖິງໂຄງສ້າງສະຖາບັນການ ເງິນ, ລະບຽບການກ່ຽວຂ້ອງ, ນະໂຍບາຍການລົງທຶນຕ່າງປະເທດ ແລະ ໂຄງສ້າງພື້ນຖານຕະຫຼາດ ສໍາລັບການບໍລິຫານຈັດການໜີ້ຕ້ອງຮັບທວງຍາກ (NPL). ນອກນີ້ຍັງມີການອະທິບາຍ ກ່ຽວກັບຜົນກະທົບຂອງເຕັກໂນໂລຊີ ຕໍ່ຕະຫຼາດ NPL ໃນອາຊີ. ພາຍຫຼັງສໍາເລັດກອງປະຊຸມ ບັນດາຜູ້ແທນກອງປະຊຸມ ກໍ່ໄດ້ໄປທັດສະນະສຶກສາ ແລະ ຢ້ຽມຢາມບໍລິສັດ  Zheshang Asset Management Co., Ltd. (ZSAMC), ຊື່ງເປັນບໍລິສັດບໍລິຫານຊັບສິນ ມີການບໍລິຫານດີ ແລະ ມິການພັດທະນາ ໃນລະດັບສູງ ຂອງເມືອງຫາງໂຈ ສປ ຈີນ.  

Leave A Reply

Your email address will not be published.