ກິລາມິດຕະພາບ ລະຫວ່າງ ບລໜຊ ແລະ  ກົມຄຸ້ມຄອງໜີ້ສິນສາທາລະນະ ກະຊວງການເງິນ

ບໍລິສັດລັດ ບໍລິຫານໜີ້ ແລະ ຊັບສິນ ຈໍາກັດຜູ້ດຽວ (ບລໜຊ) ໄດ້ສ້າງຂະບວນກິລາບານ ເຕະມິດຕະພາບ ກັບກົມຄຸ້ມຄອງໜີ້ສິນສາທາລະນະ ກະຊວງການເງິນ ໃນຕອນແລງຂອງວັນທີ 07 ສິງຫາ 2024 ທີ່ເດີ່ນກິລາເຟີລາຣີ ເພື່ອສ້າງຂະບວນການຕ້ອນຮັບ ກອງປະຊຸມໃຫຍ່ຄັ້ງທີ 3 ຂອງໜ່ວຍພັກຂອງ ບລໜຊ, ໃຫ້ກຽດເຂົ້າຮ່ວມໂດຍທ່ານ ສຸລິວັດ ສຸວັນນະຈູມຄໍາ ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ ແລະ ນຳພາໂດຍທ່ານ ນ ທິບພະວັນ ຈັນທະຜາສຸກ ຜູ້ອໍານວຍການ ບລໜຊ, ທ່ານ ນ. ມະນິວອນ ພົນອາມາດ ຮອງຫົວໜ້າກົມຄຸ້ມຄອງໜີ້ສິນສາທາລະນະ, ພ້ອມນີ້ ຍັງມີຮອງຜູ້ອໍານວຍການ ບລໜຊ, ຄະນະພະແນກ, ພະນັກງານ ບລໜຊ ແລະ ກົມຄຸ້ມຄອງໜີ້ສິນສາທາລະນະ ເຂົ້າຮ່ວມຢ່າງພ້ອມພຽງ.  ຂະບວນການກິລາຄັ້ງນີ້ ມີຄວາມຟົດຟື້ນ, ມ່ວນຊື່ນ, ທັງເປັນການຮັດແໜ້ນຄວາມສາມັກຄີ ແລະ ເປັນການສ້າງພາລະນາໄມທີ່ສົມ ບູນ ໃຫ້ແກ່ພະນັກງານທັງສອງຝ່າຍ ເພື່ອສືບຕໍ່ປະຕິບັດໜ້າທີ່ວຽກງານທີ່ການຈັດຕັ້ງມອບໝາຍໃຫ້ ດ້ວຍຜົນສໍາເລັດທີ່ຈົບງາມ.

  • ຂ່າວ: ວັນວິໄລ ມະນີພອນ
  • ພາບ: ວຽງມະນີ ຈະເລີນສຸກ

Leave A Reply

Your email address will not be published.