ກອງປະຊຸມໃຫຍ່ຄັ້ງທີIII ຂອງໜ່ວຍຊາວໜຸ່ມ ບລໜຊ

ໃນຕອນບ່າຍຂອງວັນທີ 26 ກໍລະກົດ 2024 ບລໜຊ ໄດ້ຈັດກອງປະຊຸມໃຫຍ່ຄັ້ງທີ III ຂອງໜ່ວຍຊາວໜຸ່ມບໍລິສັດລັດ ບໍລິຫານໜີ້ ແລະ ຊັບສິນ ຈໍາກັດຜູ້ດຽວ (ບລໜຊ), ໃຫ້ກຽດເຂົ້າຮ່ວມຮັບຟັງ ແລະ ມີຄໍາເຫັນໂອ້ລົມໂດຍສະຫາຍ ວຽງສະຫວັນ ທິດາວັນ ຮອງຜູ້ອຳນວຍການ, ກໍາມະການ, ຜູ້ກວດກາໜ່ວຍພັກ ບລໜຊ. ພ້ອມນັ້ນຍັງມີ ສະຫາຍ ນ ວິໄລພອນ ຈັນທະວົງ ຮອງເລຂາຊາວໜຸ່ມຮາກຖານ ທະນາຄານແຫ່ງສປປ ລາວ (ທຫລ) ແລະ ສະຫາຍ ວຽງໄຊ ລໍລະຄໍາ ເລຂາໜ່ວຍຊາວໜຸ່ມ ບລໜຊ ຮ່ວມເປັນຄະນະປະທານ ໂດຍມີຕາງໜ້າໜ່ວຍຊາວໜຸ່ມອ້ອມຂ້າງຈາກຮາກຖານ ທຫລ, ຫົວຫນ້າໜ່ວຍກໍາມະບານ ແລະ ຫົວຫນ້າໜ່ວຍແມ່ຍິງຕາງໜ້າອົງການຈັດຕັ້ງມະຫາຊົນຂອງ ບລໜຊ, ພ້ອມດ້ວຍຄະນະໜ່ວຍ ແລະ ສະມາຊິກຊາວໜຸ່ມຂອງ ບລໜຊ ລວມທັງໝົດ 32 ສະຫາຍເຂົ້າຮ່ວມ.
ຈຸດປະສົງຂອງກອງປະຊຸມໃຫຍ່ຄັ້ງນີ້ ແມ່ນເພື່ອສະຫຼຸບຕີລາຄາການເຄື່ອນໄຫວວຽກງານ, ສໍາຫຼວດການນໍາພາຮອບດ້ານຂອງຄະນະໜ່ວຍຊາວໜຸ່ມ 5 ປີ ຜ່ານມາ, ລວມທັງຄັດເລືອກຄະນະໜ່ວຍຊາວໜຸ່ມຊຸດໃໝ່ ເພື່ອສືບຕໍ່ຊີ້ນໍາ-ນໍາພາວຽກງານຊາວໜຸ່ມໃນ 5 ປີຕໍ່ໜ້າ. ໃນໂອກາດທີ່ມີຄວາມໝາຍຄວາມສໍາຄັນນີ້ ສະຫາຍ ວຽງໄຊ ລໍລະຄໍາ ເລຂາໜ່ວຍຊາວໜຸ່ມ ບລໜຊ ໄດ້ຜ່ານຮ່າງບົດລາຍງານການເມືອງໃນໄລຍະ 5 ປີຜ່ານມາ ແລະ ວາງທິດທາງແຜນການໃນຕໍ່ໜ້າຂອງໜ່ວຍຊາວໜຸ່ມ ບລໜຊ ໃນ 5 ປີຕໍ່ໜ້າ ເພື່ອໃຫ້ສະມາຊິກຊາວໜຸ່ມ ປະກອບຄໍາເຫັນ ແລະ ຮັບຮອງເອົາ. ຫລັງຈາກນັ້ນ ສະຫາຍ ນ ວິໄລພອນ ຈັນທະວົງ ຮອງເລຂາຊາວໜຸ່ມຮາກຖານທະນາຄານແຫ່ງສປປ ລາວ (ທຫລ) ໄດ້ຜ່ານມາດຖານ-ເງື່ອນໄຂຂອງຜູ້ຈະອອກສະໝັກ ເປັນຄະນະໜ່ວຍຊາວໜຸ່ມຊຸດໃໝ່ຂອງ ບລໜຊ, ພ້ອມທັງປະກາດຊື່ຜູ້ທີ່ຄົບມາດຖານ-ເງື່ອນໄຂໃນການອອກສະໜັກເລືອກຕັ້ງ. ຜ່ານການດໍາເນີນການປ່ອນບັດ ສາມາດເລືອກໄດ້ຄະນະໜ່ວຍຊາວໜຸ່ມຊຸດໃໝ່ ຈໍານວນ 3 ສະຫາຍຄື: ສະຫາຍ ມີໄຊ ທິບພະວົງ ເປັນເລຂາໜ່ວຍ, ສະຫາຍ ວິລະພົນ ອຸດທະຈັກ ເປັນຮອງເລຂາໜ່ວຍ ແລະ ສະຫາຍ ນ. ອາວອນຈິດ ສົມມາລາວົງ ເປັນກໍາມະການ ແລະ ຜູ້ກວດກາໜ່ວຍຊາວໜຸ່ມ ບລໜຊ. ໃນໂອກາດທີ່ມີຄວາມໝາຍ, ຄວາມສໍາຄັນນີ້ ສະຫາຍ ວຽງສະຫວັນ ທິດາວັນ ຮອງຜູ້ອຳນວຍການ, ກໍາມະການ, ຜູ້ກວດກາໜ່ວຍພັກ ບລໜຊ ໄດ້ກ່າວຍ້ອງຍໍ ຊົມເຊີຍ ໜ່ວຍຊາວໜຸ່ມ ບລໜຊ ທີ່ໄດ້ເອົາໃຈໃສ່ເຄື່ອນໄຫວສ້າງຂະບວນການຕ່າງໆ ຕາມພາລະບົດບາດຂອງຕົນຢ່າງຕັ້ງໜ້າ. ພ້ອມນີ້, ກໍ່ຮຽກຮ້ອງຊາວໜຸ່ມທຸກໆສະຫາຍໃຫ້ເອົາໃຈໃສ່ຝຶກຝົນ, ຫຼໍ່ຫຼອມ ຕົນເອງໃຫ້ມີຄວາມຮູ້ ຄວາມສາມາດໃນການປະຕິບັດໜ້າທີ່ວຽກງານທັງດ້ານວິຊາສະເພາະ ແລະ ການເຄື່ອນໄຫວຮອບດ້ານ.
¯ຂ່າວ: ວັນວິໄລ ມະນີພອນ
¯ພາບ: ແພວນະພາ ຫຼວງສີວິໄລ