ກອງປະຊຸມສະພາບໍລິຫານ ສະໄໝສາມັນ ບໍລິສັດລັດ ບໍລິຫານໜີ້ ແລະ ຊັບສິນ ຈໍາກັດຜູ້ດຽວ

ໃນວັນທີ 23 ກໍລະກົດ 2024 ຢູ່ທີ່ບໍລິສັດລັດ ບໍລິຫານໜີ້ ແລະ ຊັບສິນຈໍາກັດ ໄດ້ຈັດກອງປະຊຸມສະພາບໍລິຫານ ສະໄໝສາມັນ ຄັ້ງທີ 2 ປະຈໍາປີ 2024 ຂອງຕົນຂຶ້ນ ເພື່ອສະຫລຸບຕີລາຄາການເຄື່ອນໄຫວວຽກງານ ແລະ ສະຫລຸບການຈັດຕັ້ງປະຕິບັດແຜນທຸລະກິດ ປະຈໍາ 6 ເດືອນຕົ້ນປີ 2024, ພ້ອມທັງລາຍງານຜົນການຈັດຕັ້ງປະຕິບັດມະຕິກອງປະຊຸມຄັ້ງຜ່ານມາ. ກອງປະຊຸມ ໄດ້ຮັບກຽດເປັນປະທານຈາກທ່ານ ປະສົມເພັດ ຄໍາຕັນ ຮອງປະທານສະພາບໍລິຫານ, ຮອງຫົວຫນ້າກົມປະຕິຮູບລັດວິສາຫະກິດ ແລະ ການປະກັນໄພ ກະຊວງການເງິນ ໂດຍມີຄະນະສະພາບໍລິ ຫານ, ຫົວຫນ້າກົມບັນຊີ ແລະ ການເງິນ ທຫລ, ຕາງຫນ້າກົມກວດກາ ທຫລ, ຄະນະອໍານວຍການ ແລະ ກອງເລຂາສະພາບໍລິຫານເຂົ້າຮ່ວມ. ກອງປະຊຸມໄດ້ຮັບຮອງເອົາ 3 ເອກະສານຄື: ບົດສະຫລຸບການເຄື່ອນໄຫວວຽກງານ ແລະ ການຈັດຕັ້ງປະຕິບັດແຜນທຸລະກິດ 6 ເດືອນຕົ້ນປີ 2024, ຮັບຮອງການແຜນການປັບປຸງສໍານັກງານ ແລະ ຮັບຮອງບົດລາຍງານຜົນການກວດສອບຂອງຄະນະກຳມະການກວດສອບຂອງສະພາບໍລິຫານ ປະຈໍາ 4 ເດືອນທ້າຍປີ 2023. ນອກ ຈາກນັ້ນ ຍັງໄດ້ເຫັນດີທາງດ້ານຫລັກການ ຕໍ່ຮ່າງລະບຽບ ຈໍານວນໜື່ງ. ກອງປະຊຸມສະພາບໍລິຫານ ໄດ້ດໍາເນີນໄປດ້ວຍບັນຍາກາດທີ່ຟົດຟື້ນ, ປະທານກອງປະຊຸມ ພ້ອມດ້ວຍຄະນະສະພາບໍລິຫານ ແລະ ແຂກທີ່ເຂົ້່າຮ່ວມ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສໍາເລັດໃນການປະຕິບັດວຽກງານ 6 ເດືອນຕົ້ນປີຜ່ານມາ ແລະ ຂໍໃຫ້ສືບຕໍ່ປະຕິບັດຕາມທິດທາງແຜນການ ໃນ 6 ເດືອນທ້າຍປີ ທີ່ສະພາບໍລິຫານຮັບຮອງໃຫ້ສໍາເລັດ ແລະ ມີປະສິດທີຜົນສູງ.