ໜ່ວຍແມ່ຍິງ ບລໜຊ ສໍາເລັດການທາບທາມຄະນະໜ່ວຍຊຸດໃໝ່ ຮອບທີ 1

ໂດຍປະຕິບັດຕາມແຈ້ງການຂອງສະຫະພັນແມ່ຍິງຮາກຖານ ທຫລ, ໃນຕອນເຊົ້່າຂອງວັນທີ 30 ເມສາ 2024 ໜ່ວຍແມ່ຍິງ ບໍລິສັດລັດ ບໍລິຫານໜີ້ ແລະ ຊັບສິນ ຈໍາກັດຜູ້ດຽວ (ບລໜຊ) ໄດ້ຈັດກອງປະຊຸມ ທາບທາມສະມາຊິກແມ່ຍິງພາຍໃນໜ່ວຍຂອງຕົນ ຮອບທີ 1 ຂື້ນ ເພື່ອຄັດເລືອກຄະນະໜ່ວຍແມ່ຍິງຊຸດໃໝ່ ແລະ ໄດ້ສ້າງຂະບວນການທາງດ້ານວິຊາສະເພາະ ໂດຍໄດ້ຈັດຝຶກອົບຮົມໃນຫົວຂໍ້ ’’ຄວາມຮູ້ພື້ນຖານໃນວຽກງານ ກວດສອບພາຍໃນ’’ ໃຫ້ກຽດເຂົ້າຮ່ວມ ແລະ ເປັນປະທານໂດຍ ສະຫາຍ ວຽງສະຫວັນ ທິດາວັນ ຮອງຜູ້ອໍານວຍ ການ, ກໍາມະການ, ຜູ້ກວດກາໜ່ວຍພັກ ບລໜຊ ແລະ ມີສະມາຊິກແມ່ຍິງທັງໝົດເຂົ້າຮ່ວມ 17 ສະຫາຍ. ການດຳເນີນກອງປະຊຸມທັງ 2 ວາລະ ແມ່ນດຳເນີນໄປດ້ວຍບັນຍາກາດທີ່ຟົດຟື້ນ, ມີຄວາມເຂົ້າໃຈຕໍ່ສິດ ແລະ ໜ້າທີ່ຂອງຕົນ ໃນການຄັດເລືອກຄະນະໜ່ວຍແມ່ຍິງຊຸດໃໝ່ ແລະ ວຽກງານກວດສອບພາຍໃນ ເປັນຢ່າງດີ. ໃນຕອນທ້າຍກອງປະຊຸມ ສະຫາຍ ວຽງສະຫວັນ ທິດາວັນ ຮອງຜູ້ອຳນວຍການ, ກໍາມະການ, ຜູ້ກວດກາໜ່ວຍພັກ ບລໜຊ ໄດ້ກ່າວຍ້ອງຍໍຊົມເຊີຍ ສະມາຊິກແມ່ຂອງໜ່ວຍແມ່ຍິງ ບລໜຊ ທີ່ໄດ້ເອົາໃຈໃສ່ເຄື່ອນໄຫວສ້າງຂະບວນການ ຕ່າງໆ ຕາມພາລະບົດບາດຂອງຕົນ ຢ່າງຕັ້ງໜ້າ ແລະ ເອົາໃຈໃສ່ຝຶກຝົນຫຼໍ່ຫຼອມ ຕົນເອງໃຫ້ມີຄວາມຮູ້ ຄວາມສາມາດ ໃນການປະຕິບັດໜ້າທີ່ວຽກງານທັງດ້ານວິຊາສະເພາະ ແລະ ການເຄື່ອນໄຫວຮອບດ້ານ.
ຂ່າວ ແລະ ພາບ: ແພວນະພາ ຫຼວງສີວິໄລ
