ກອງປະຊຸມທ້າຍສະໄໝຂອງໜ່ວຍແມ່ຍິງ ບລໜຊ

ໃນຕອນບ່າຍຂອງວັນທີ 04 ມີຖຸນາ 2024, ເວລາ 14:00 ໜ່ວຍແມ່ຍິງ ບໍລິສັດລັດ ບໍລິຫານໜີ້ ແລະ ຊັບສິນ ຈໍາກັດຜູ້ດຽວ (ບລໜຊ) ໄດ້ຈັດກອງປະຊຸມທ້າຍສະໄໝຂອງໜ່ວຍແມ່ຍິງ ບລໜຊຂຶ້ນ ໂດຍການເປັນປະທານຂອງ  ທ່ານ ນາງ ທິບພະວັນ ຈັນທະຜາສຸກ ຜອ ບລໜຊ, ຜູ້ຊີ້ນໍາວຽກງານ 3 ອົງການຈັດຕັ້ງມະຫາຊົນ, ມີຄະນະໜ່ວຍແມ່ຍິງ, ຄະນະຈຸແມ່ຍິງ, ພ້ອມທັງ ຕາງໜ້າຄະນະຫນ່ວຍກຳມະບານ ແລະ ຊາວໜຸ່ມ ເຂົ້າຮ່ວມ 8 ສະຫາຍ; ຍີງ 07 ສະຫາຍ. ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ແມ່ນ ເພື່ອສະຫລຸບຕີລາຄາການຊີ້ນໍາ-ນໍາພາຂອງໜ່ວຍແມ່ຍິງ ບລໜຊ (ສກໜ ໃນເມື່ອກ່ອນ) ນັບແຕ່ເດືອນ ມິຖຸນາ 2019 – ພຶດສະພາ 2024, ຊື່ງກອງປະຊຸມ ຫົວໜ້າໜ່ວຍແມ່ຍິງກໍ່ໄດ້ຜ່ານ ຮ່າງ ບົດສໍາຫຼວດການນໍາພາລວມຂອງໜ່ວຍແມ່ຍິງໃນໄລຍະ 5 ປີ ຜ່ານມາ ເພື່ອປະກອບຄໍາເຫັນໃຫ້ບົດດັ່ງກ່າວ ມີຄວາມຄົບຖ້ວນສົມບູນ. ຫຼັງຈາກນັ້ນ ຄະນະໜ່ວຍແມ່ຍິງ 3 ສະຫາຍ ຄື: ສະຫາຍ ນ. ມລີນ້າ ພູນສະຫວັດ, ສະຫາຍ ນ. ແມັກຊີ ໂຄດປັນຍາ ແລະ ສະຫາຍ ນ. ມະໄລຈິດ ບັນດາວົງ ກໍ່ໄດ້ຜ່ານໃບປະເມີນຕົນເອງ ໃນໄລຍະ 5 ປີຜ່ານມາ ໂດຍໄດ້ສັງລວມດ້ານດີ, ດ້ານຄົງຄ້າງ ໃນການຊີ້ນໍາ-ນໍາພາວຽກງານແມ່ຍິງ ໃນໄລຍະຜ່ານມາ ລວມທັງຂໍ້ສະເໜີ ແລະ ທິດທາງແຜນການໃນຕໍ່ໜ້າ, ຊື່ງຜູ້ເຂົ້າຮ່ວມກອງປະຊຸມ ກໍ່ໄດ້ສະແດງຄວາມຊົມເຊີຍຕໍ່ກັບຜົນງານທີ່ຍາດມາໄດ້, ພ້ອມທັງປະກອບຄໍາເຫັນໃຫ້ພວກກ່ຽວ ຢ່າງມີລັກສະນະສ້າງສັນ, ກົງໄປກົງມາ ແລະ ມີບັນຍາກາດດີສົມຄວນ. ໃນຕອນທ້າຍກອງປະຊຸມ ສະຫາຍ ນ. ທິບພະວັນ ຈັນທະຜາສຸກ ເລຂາໜ່ວຍພັກ, ຜູ້ອຳນວຍການ, ໄດ້ກ່າວຍ້ອງຍໍຊົມເຊີຍ ຄະນະໜ່ວຍແມ່ຍິງ ບລໜຊ ທີ່ໄດ້ເປັນຕົວແທນໃຫ້ສະມາຊິກແມ່ຍິງທັງໝົດໃນໜ່ວຍ ເອົາໃຈໃສ່ ຊີ້ນໍາ-ນໍາພາ ການເຄື່ອນໄຫວວຽກງານປົກປ້ອງສິດ ແລະ ຜົນປະໂຫຍດຂອງແມ່ຍິງ ແລະ ສ້າງຂະບວນການຕ່າງໆ ຕາມພາລະບົດບາດຂອງຕົນ ໄດ້ເປັນຢ່າງດີ.

ຂ່າວ ແລະ ພາບ: ແພວນະພາ ຫຼວງສີວິໄລ

Leave A Reply

Your email address will not be published.