ພິທີເຊັນສັນຍາ ບໍລິການດ້ານການຝຶກອົບຮົມໃນການສະຫຼຸບບັນຊີ…

ພິທີເຊັນສັນຍາ ບໍລິການດ້ານການຝຶກອົບຮົມໃນການສະຫຼຸບບັນຊີ ລະຫວ່າງ ບໍລິສັດລັດ ບໍລິຫານໜີ້ ແລະ ຊັບສີນ ຈຳກັດຜູ້ດຽວ (ບລໜຊ) ແລະ ບໍລິສັດ ວິເອພີ ບໍລິການບັນຊີ, ກວດສອບບັນຊີ ແລະ ຊອບແວ ຈຳກັດ

ໃນຕອນບ່າຍຂອງວັນທີ່ 10 ມິຖຸນາ 2024 ໄດ້ຈັດພິທິ ເຊັນສັນຍາບໍລິການດ້ານການຝຶກອົບຮົມໃນການສະຫຼຸບບັນຊີ ລະຫວ່າງ ບໍລິສັດລັດ ບໍລິຫານໜີ້ ແລະ ຊັບສີນ ຈຳກັກຜູ້ດຽວ ແລະ ບໍລິສັດ ວິເອພີ ບໍລິການບັນຊີ, ກວດສອບບັນຊີ ແລະ ຊອບແວ ຈຳກັດ, ຕາງໜ້າລົງນາມໂດຍ         ທ່ານ ນ. ທິບພະວັນ ຈັນທະຜາສຸກ ຜູ້ອຳນວຍການ ບລໜຊ, ທ່ານ ອານົງສັກ ບັນນະວົງ ຜູ້ອຳນວຍການບໍລິສັດ ວິເອພີ ບໍລິການບັນຊີ, ກວດສອບບັນຊີ ແລະ ຊອບແວ ຈຳກັດ​,ນອກນັ້ນຍັງມີຕ່າງໜ້າ              02 ບໍລິສັດໄດ້ໃຫ້ກຽດເຂົ້າຮ່ວມທັງໝົດ 07 ທ່ານ, ຍິງ 03 ທ່ານ.

ບລໜຊ ໄດ້ສ້າງຕັ້ງຂຶ້ນຢ່າງເປັນທາງການໃນວັນທີ 25/8/2023 ເປັນລັດວິສາຫະກິດໜຶ່ງທີ່ກະຊວງການເງິນຖືຮູ້ນ 100% ທີ່ເຄື່ອນໄຫວດໍາເນີນທຸລະກິດ ບໍລິຫານໜີ້ເສຍ ແລະ ຊັບສິນລໍຖ້າຂາຍຂອງສະຖາບັນການເງິນພາຍໃນ ສປປ ລາວ ພາຍໃຕ້ ການຊີ້ນໍາ-ນໍາພາ ແລະ ຄຸ້ມຄອງ ຈາກທະນາຄານແຫ່ງ ສປປ ລາວ   (ທຫລ). ເພື່ອຮັບປະກັນການເຄື່ອນໄຫວວຽກງານວິຊາການຂອງບໍລິສັດໃຫ້ມີປະສິດທິຜົນສູງຈິ່ງຈໍາເປັນຕ້ອງສ້າງຄວາມເຂັ້ມແຂງໂດຍການຝຶກອົບຮົມ, ລົງເລິກນຳພາພະນັກງານ ແລະ ປະຕິບັດກະກຽມເອກະສານລາຍງານການເງິນປະຈຳເດືອນ, ໄຕມາດ ແລະ ປະຈຳປີ 2024 ໂດຍປະຕິບັດມາດຕະຖານການບັນຊີລາວ ແລະ ນຳໃຊ້ໂປຼແກຼມບັນຊີທີ່ໄດ້ຮັບຮອງຈາກກົມບັນຊີກະຊວງການເງິນ. ເຊິ່ງໄດ້ຮັບການເຝຶກອົບຮົມຄັ້ງນີ້ແມ່ນບໍລິສັດ ວິເອພີ ບໍລິການບັນຊີ, ກວດສອບບັນຊີ ແລະ ຊອບແວ ຈຳກັດ ຈະເປັນຜູ້ຮັບຜິດຊອບລົງເລີກ,ນຳພາທຸກວຽກງານທີ່ຕິດພັນກັບບັນຊີ ໃຫ້ພະນັກງານ ບລໜຊ ມີຄວາມເຂົ້າໃຈ ແລະ ສາມາດຈັດຕັ້ງປະຕິດບັດດ້ວຍຕົນເອງໄດ້.

ພິທີເຊັນສັນຍາໃນຄັ້ງນີ້ໄດ້ດຳເນີນໄປເປັນເວລາເຄີ່ງວັນ ດ້ວຍບັນຍາກາດຟົດຟື້ນ,ໃນຕອນທ້າຍຂອງກອງປະຊຸມ ປະທານ ແລະ ຜູ້ອຳນວຍການ ບໍລິສັດ VAP ໄດ້ອ່ານສັນຍາ ແລະ ເຂົ້າໃຈທຸກລາຍລະອຽດ, ພ້ອມກັນລົງລາຍເຊັນ ແລະ ປະທັບກາຮ່ວມກັນ.

ຂ່າວ-ພາບ: ແພວນະພາ ຫຼວງສີວິໄລ

Leave A Reply

Your email address will not be published.