ບໍລິສັດລັດ ບໍລິຫານໜີ້ ແລະ ຊັບສິນ ຈໍາກັດຜູ້ດຽວ (ບລໜຊ) ແລະ ກົມກວດກາ ທະນາຄານແຫ່ງ ສ ປປ ລາວ (ທຫລ) ຮ່ວມກັນຈັດກອງປະຊຸມເຜີຍແຜ່ເອກະສານ ກ່ຽວກັບການສະກັດກັ້ນ ແລະ ການຕ້ານການສໍ້ລາດບັງຫຼວງ

ໃນຕອນເຊົ້າ ວັນທີ 23 ພຶດສະພາ 2024, ເວລາ 08:30 ໂມງ ທີ່ຫ້ອງປະຊຸມຂອງ ບລໜຊ ໄດ້ຈັດກອງປະຊຸມເຜີຍແຜ່ເອກະສານການສະກັດກັ້ນ ແລະ ການຕ້ານການສໍ້ລາດບັງຫຼວງ ໂດຍການເປັນປະທານຮ່ວມ ລະຫວ່າງ ທ່ານ ນາງ ທິບພະວັນ ຈັນທະຜາສຸກ ຜູ້ອໍານວຍການ ບລໜຊ ແລະ ທ່ານ ສຸກພະຈັນ ວົງສັກ, ຮອງຫົວຫນ້າກົມກວດກາ ທຫລ, ມີຄະນະອໍານວຍການ, ຄະນະພະແນກ ແລະ ວິຊາການຂອງ ກົມກວດກາ ແລະ ບລໜຊ ເຂົ້າຮ່ວມ 48 ທ່ານ.
ຈຸດປະສົງຂອງກອງປະຊຸມຄັ້ງນີ້ ກໍ່ເພື່ອນໍາສະເໜີບັນຫາ ແລະ ມາດຕະການສະກັດກັ້ນ ແລະ ການຕ້ານການສໍ້ລາດບັງຫຼວງ, ເຊິ່ງໄດ້ມີການນໍາສະເໜີ ກົດໝາຍວ່າດ້ວຍການຕ້ານການສໍ້ລາດບັງຫຼວງ; ກົດໝາຍວ່າດ້ວຍການແກ້ໄຂຄໍາຮ້ອງທຸກ (ສະບັບປັບປຸງ); ດຳລັດວ່າດ້ວຍການແຈ້ງຊັບສິນ; ການຈັດຕັ້ງ ແລະ ຄວາມຮັບຜິດຊອບ ການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ; ດໍາລັດວ່າດ້ວຍຈັນຍາບັນຂອງພະນັກງານ-ລັດຖະກອນ; ຂໍ້ກຳນົດວ່າດ້ວຍຄວາມຮັບຜິດຊອບຂອງພະນັກງານນຳພາ-ຄຸ້ມຄອງຕໍ່ການປະຕິບັດໜ້າທີ່ການເມືອງ, ຊື່ງນໍາສະເໜີໂດຍ ທ່ານ ນ. ວັນນາລີ ຄຸນບາທ້າວ ຫົວໜ້າພະແນກສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຈາກກົມກວດກາ ທຫລ. ຫຼັງຈາກນັ້ນ ກອງປະຊຸມກໍໄດ້ຜັດປ່ຽນກັນສົນທະນາຖາມ-ຕອບ ຢ່າງມີຈຸດສຸມ, ໂດຍມີຄະນະອໍານວຍການ, ຄະນະພະແນກ ແລະ ວິຊາການຂອງ ບລໜຊ ຮ່ວມຖາມ-ຕອບ ກັບຄະນະຮັບຜິດຊອບເຜີຍແຜ່ຈາກກົມກວດກາ ທຫລ ຈົນມີຄວາມເຂົ້າໃຈ ຢ່າງກະຈ່າງແຈ້ງ ແລະ ຮູ້ໄດ້ເຖິງຄວາມໝາຍຄວາມສຳຄັນ ຢ່າງເລິກເຊິ່ງ ໃນບັນຫາ ແລະ ມາດຕະການຕ້ານ ແລະ ສະກັດກັ້ນການສໍ້ລາດບັງຫຼວງ.
ກອງປະຊຸມໄດ້ດໍາເນີນໄປເປັນເວລາເຄິ່ງວັນ ແລະ ໄດ້ບັນລຸໝາກຜົນລະດັບຄາດໝາຍທີ່ກໍານົດໄວ້, ຊຶ່ງບັນດາຜູ້ທີ່ເຂົ້າຮ່ວມກອງປະຊຸມ ໄດ້ພ້ອມກັນປະກອບຄໍາຄິດຄໍາເຫັນ ແລະ ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນຢ່າງກົງໄປກົງມາ ເຮັດໃຫ້ສາມາດນໍາເອົາໄປຈັດຕັ້ງປະຕິບັດວຽກງານທີ່ຕົນຮັບຜິດຊອບ ໄດ້ຢ່າງຮັດກຸມ ແລະ ຖືກຕ້ອງຕາມກົດໝາຍ. ໃນຕອນທ້າຍຂອງກອງປະຊຸມ ທ່ານ ນາງ ທິບພະວັນ ຈັນທະຜາສຸກ ຜູ້ອໍານວຍການ ບລໜຊ ໄດ້ສະແດງຄວາມຂອບໃຈຕໍ່ ທ່ານ ສຸກພະຈັນ ວົງສັກ, ຮອງຫົວຫນ້າກົມກວດກາ ທຫລ ພ້ອມດ້ວຍຄະນະ ທີ່ໄດ້ສ້າງຄວາມຮູ້ ຄວາມເຂົ້າໃຈ ແລະ ເຫັນໄດ້ເຖິງຄວາມສໍາຄັນກ່ຽວກັບການຕ້ານ ແລະ ສະກັດກັ້ນການສໍ້ລາດບັງຫຼວງ ແລະ ບັນດານິຕິກໍາທີ່ກ່ຽວຂ້ອງ, ບລໜຊ ຈະມີຄວາມເອົາໃຈໃສ່ ຈັດຕັ້ງປະຕິບັດໃຫ້ມີປະສິດທິພາບ ແລະ ປະສິດທິຜົນ ໄປພ້ອມໆ ກັບຮັບປະກັນຄວາມຮັດກຸມ, ຖືກຕ້ອງ ແລະ ໂປ່ງໃສຂອງການປະຕິບັດວຽກງານ.
- ຂ່າວ: ວັນວິໄລ ມະນີພອນ
- ພາບ: ແພວນະພາ ຫຼວງສີວິໄລ
