ທ່ານ ຮອງຜູ້ວ່າການ ທຫລ ໄດ້ໃຫ້ກຽດມາຢ້ຽມຢາມບໍລິສັດລັດ ບໍລິຫານໜີ້ ແລະ ຊັບສິນ ຈໍາກັດ ຜູ້ດຽວ

ຕອນບ່າຍຂອງວັນທີ 22 ພະຈິກ 2023 ເວລາ 14:00ໂມງ ທ່ານ ນາງ ຂັນແກ້ວ ຫຼ້າມະນີເງົາ ຮອງຜູ້ວ່າການ ທຫລ ໄດ້ໃຫ້ກຽດມາຢ້ຽມຢາມ ບໍລິສັດລັດບໍລິຫານໜີ້ ແລະ ຊັບສິນຈໍາກັດ ຜູ້ດຽວ (ບລໜຊ)  ເນື່ອງໃນໂອກາດເປີດຕົວ ບໍລິສັດລັດ ບໍລິຫານໜີ້ ແລະ ຊັບສິນຈໍາກັດ ຜູ້ດຽວ (ບລໜຊ) ຢ່າງເປັນທາງການ ໃນວັນທີ 29 ສິງຫາ 2023, ຊື່ງ ບລໜຊ ກໍແມ່ນການຈັດຕັ້ງໜຶ່ງ​​ ທີ່ເຄື່ອນໄຫວດໍາເນີນທຸລະກິດພາຍໃຕ້ ການຊີ້ນໍາ-ນໍາພາ ແລະ ຄຸ້ມຄອງ ຈາກທະນາຄານແຫ່ງ ສປປ ລາວ ( ທຫລ).

ໃນໂອກາດການເຂົ້າມາຢ້ຽມຢາມໃນຄັ້ງນີ້ ທ່ານ ນ. ທິບພະວັນ ຈັນທະຜາສຸກ ຜູ້ອຳ ນວຍການ ພ້ອມດ້ວຍຄະນະ ກໍ່ໄດ້ນໍາພາໄປຢ້ຽມຢາມພະນັກງານ ທີ່ກໍາລັງປະຕິບັດໜ້າທີ່ວຽກງານ ດ້ວຍຄວາມຫ້າວຫັນ ແລະ ມີຄວາມຮັບຜິດຊອບ ໃນ 6 ພະແນກ, ຢ້ຽມຊົມຫ້ອງເກັບເອກະສານ ຫຼື ສໍານວນເງິນກູ້ຂອງລູກໜີ້ ທີ່ ບລໜຊ ຮັບໂອນມາແຕ່ທະນາຄານທຸລະກິດ ເພື່ອເກັບກູ້ໜີ້ເຂົ້າງົບປະ ມານຂອງລັດ, ພ້ອມນັ້ນ ຢ້ຽມຊົມຫ້ອງເກັບເອກະສານສໍາຄັນຄື: ຫຼັກຊັບຄໍ້າປະກັນ, ສັນຍາເງິນກູ້ ແລະ ສັນຍາຄໍ້າປະກັນ ສະບັບຕົ້ນ, ຊື່ງຖືກເກັບມ້ຽນໄວ້ໃນບ່ອນທີ່ປອດໄພ.

ໃນຕອນທ້າຍຂອງການຢ້ຽມຢາມ ທ່ານ ນາງ ຂັນແກ້ວ ຫຼ້າມະນີເງົາ ຮອງຜູ້ວ່າການ ທຫລ ຍັງໄດ້ກ່າວຊົມເຊີຍວ່າ ຕໍ່ການປະຕິບັດວຽກງານ ຂອງພະນັກງານທັງໝົດ ໃນໄລຍະຜ່ານມາ, ພົ່ນເດັ່ນ ແມ່ນສາມາດຫັນ ສກໜ ເປັນນິຕິບຸກຄົນ ສໍາເລັດຕາມແຜນງານ-ໂຄງການຂອງ ທຫລ ແລະ ສາມາດເກັບກູ້ໜີ້ໄດ້ລື່ນແຜນການ. ພ້ອມກັນນັ້ນ ບລໜຊ ຍັງມີສະຖານທີ່ເຮັດວຽກ ທີ່ສະອາດຈົບງາມ, ມີສະພາບແວດລ້ອມ ແລະ ບັນຍາກາດຂອງການເຮັດວຽກ ທີ່ດີຫຼາຍ, ຊຶ່ງການຢ້ຽມຢາມຄັ້ງນີ້ ໄດ້ສ້າງຂວັນກຳລັງໃຈໃຫ້ ຄະນະນໍາ ແລະ ພະນັກງານ ບລໜຊ ທຸກທ່ານ ສືບຕໍ່ປະຕິບັດໜ້າທີ່ການເມືອງ ທີ່ໄດ້ຮັບການມອບໝາຍຈາກຄະນະພັກ, ຄະນະຜູ້ວ່າການ ແລະ ການນໍາທຸກຂັ້ນ ໃຫ້ສໍາເລັດຕາມລະດັບຄາດໝາຍທີ່ວາງໄວ້.

Leave A Reply

Your email address will not be published.